ຂໍແຈ້ງການ
ທີ່ ພຣູເດັນໂຊລ໌ ລາວ, ເຮົາມຸ່ງໝັ້ນໃນການພັດທະນາເພື່ອປະສົບການທີ່ດີທີ່ສຸດຂອງທ່ານ. ໃນໄລຍະເວລາທີ່ຜ່ານມາ, ແອັບພລິເຄເຊິນ ເພົ້າສ ໄດ້ຊ່ວຍໃຫ້ທ່ານເຂົ້າເຖິງຂໍ້ມູນສຸຂະພາບ ແລະ ຈັດການກັບແຜນສັນຍາປະກັນໄພຊີວິດໄດ້ຢ່າງສະດວກສະບາຍ. ເຮົາຂໍຂອບໃຈທີ່ທ່ານໃຫ້ຄວາມໄວ້ວາງໃຈສະເໝີມາ.
ຕັ້ງແຕ່ວັນທີ 7 ກຸມພາ 2025ເປັນຕົ້ນໄປ, ແອັບພລິເຄເຊິນ ເພົ້າສ ຈະໄດ້ທຳການຫຍຸດໃຫ້ບໍລິການ ເນື່ອງຈາກເຮົາກຳລັງພັດທະນາການໃຫ້ບໍລິການຮູບແບບໃໝ່ ທີ່ຈະຊ່ວຍຕອບສະໜອງຕາມຄວາມຕ້ອງການຂອງທ່ານໃຫ້ດີຍິ່ງຂື້ນ. ຂໍຄວາມຮ່ວມມືໃຫ້ບັນດາທ່ານສາມາດຕິດຕາມແຜນສັນຍາປະກັນໄພຊີວິດ ແລະ ການບໍລິການອື່ນໆຜ່ານທາງ ເວບໄຊ ລວມເຖິງຊ່ອງທາງບໍລິການລູກຄ້າຂອງພວກເຮົາ.
ທ່ານສາມາດດຳເນີນການຕໍ່ໄປແບບໃດ?
ທ່ານຍັງສາມາດຈັດການກັບແຜນສັນຍາປະກັນໄພຊີວິດ ແລະ ເຂົ້າເຖິງການບໍລິການຕ່າງໆໄດ້ ຜ່ານທາງເວບໄຊຂອງພວກເຮົາລວມເຖິງຊ່ອງທາງບໍລິການອື່ນໆ
ຫາກທ່ານຕ້ອງການຄວາມຊ່ວຍເຫຼືອ
ພວກເຮົາຍິນດີໃຫ້ຄວາມຮ່ວມມື ແລະ ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່ :
- ອີເມລ: info@prudential.la
- ໂທສາຍດ່ວນ: +856 21 211 123
ຂໍຂອບໃຈທຸກທ່ານ ທີ່ເປັນສ່ວນສຳຄັນໃນຊຸມຊົນຂອງພວກເຮົາ ແລະ ຫວັງວ່າຈະໄດ້ໃຫ້ບໍລິການທ່ານດ້ວຍການບໍລິການທີ່ດີຍິ່ງຂື້ນ.
FAQs
ທ່ານບໍ່ສາມາດພົບເຫັນ ແອັບພລິເຄເຊິນ ເພົ້າສ ເກິດຫຍັງຂື້ນ?
ແອັບພລິເຄເຊິນ ເພົ້າສ ບໍ່ສາມາດໃຫ້ບໍລິການໄດ້ເນື່ອງຈາກວ່າພວກເຮົາມຸ່ງໝັ້ນໃນການພັດທະນາເຄື່ອງມືການນຳໃຊ້ງານຜ່ານລະບົບອອນລາຍເພື່ອເຮັດໃຫ້ທ່ານໄດ້ຮັບປະສົບການທີ່ີວ່ອງໄວ ແລະ ສະດວກສະບາຍທີ່ສຸດ.
ເປັນຫຍັງ ພຣູເດັນໂຊລ໌ ລາວ ເຖິງຍຸດຕິການນຳໃຊ້ ແອັບພລິເຄເຊິນ ເພົ້າສ ?
ແອັບພລິເຄເຊິນ ເພົ້າສ ຈະໄດ້ມີການຍຸດຕິການນຳໃຊ້ເນື່ອງຈາກວ່າ ພວກເຮົາກຳລັງມຸ່ງໝັ້ນໃນການພັດທະນາລະບົບອອນລາຍເພື່ອໃຫ້ ມີຄວາມວ່່ອງໄວ ແລະ ສະດວກສະບາຍ. ເຊິ່ງພວກເຮົາໄດ້ມຸ່ງເນັ້ນເພື່ອສ້າງການບໍລິການທີ່ຕອບສະໜອງທ່ານໃຫ້ດີຍິ່ງຂື້ນ.
ແອັບພລິເຄເຊິນ ເພົ້າສ ຈະປິດການໃຫ້ບໍລິການເມື່ອໃດ ?
ແອັບພລິເຄເຊິນ ເພົ້າສ ຈະຍຸດຕິການໃຫ້ບໍລິການ ຕັ້ງແຕ່ ວັນທີ 7 ກຸມພາ 2025.
ທ່ານສາມາດຫາຂໍ້ມູນກ່ຽວກັບແຜນປະກັນຊີວິດໄດ້ແບບໃດ ?
ທ່ານສາມາດຕິດຕໍ່ຫາພວກເຮົາໄດ້ທາງອີເມລ info@prudential.la ຫຼື ໂທຫາສາຍດ່ວນເພື່ອບໍລິການລູກຄ້າໄດ້ທີ່ 021 211 123 ທີມງານຂອງພວກເຮົາພ້ອມໃຫ້ການຊ່ວຍເຫຼືອທ່ານໃນການເຂົ້າເຖິງຂໍ້ມູນແຜນປະກັນຊີວິດ.
ນອກຈາກນີ້, PRUService ທີ່ຢູ່ໃນເວບໄຊລ ຂອງພຣູເດັນໂຊລ໌ ລາວ ຍັງໃຫ້ບໍລິການແຜນປະກັນຊີວິດ ຮູບແບບອອນລາຍທີ່ຫຼາກຫຼາຍ. ຜ່ານ PRUService, ທ່ານຍັງສາມາດຈັດການກັບແຜນປະກັນໄພຊີວິດ ການຊຳລະສັນຍາປະກັນໄພ, ການຂໍເງິນທົດແທນ ແລະ ການເຂົ້າເຖິງລາຍລະອຽດຂອງແຜນປະກັນຊີວິດ, ທັງໝົດນີ້ອອກແບບມາເພື່ອໃຫ້ທ່ານ ປະຫຍັດເວລາ ແລະ ຊ່ວຍໃຫ້ທ່ານໃຊ່ງານໄດ້ງ່າຍຂື້ນ.
ແຜນປະກັນຊີວິດຂອງທ່ານຍັງຄົງໃຫ້ການຄຸ້ມຄອງປົກກະຕິຢູ່ບໍ່ໍ່ ?
ທ່ານສາມາດໝັ້ນໃຈໄດ້ວ່າ ແອັບພລິເຄເຊິນ ເພົ້າສ ທີ່ໄດ້ຍົກເລີກການນຳໃຊ້ງານຈະບໍ່ສົ່ງຜົນຕໍ່ກັບສະຖານນະຂອງແຜນປະກັນໄພຊີວິດຂອງທ່ານ.
ຈະເກິດຫຍັງຂື້ນກັບ ຂໍ້ມູນທີ່ທ່ານໄດ້ທຳການບັນທຶກໄວ້ໃນ ແອັບພລິເຄເຊິນ ເພົ້າສ ?
ເຮົາຂໍແນະນຳວ່າໃຫ້ ທ່ານບັນທຶກຂໍໍ້ມູນທີ່ສຳຄັນຂອງທ່ານອອກຈາກ ແອັບພລິເຄເຊິນ ເພົ້າສ ກ່ອນວັນທີ່ 7 ກຸມພາ. ເພາະຫຼັງຈາກວັນທີດັ່ງກ່າວ ແອັບພລິເຄເຊິນ ເພົ້າສ, ຈະບໍ່ສາມາດທຳການເຂົ້າເຖິງໄດ້ອີກຕໍ່ໄປ.
ທ່ານເຄີຍນຳໃຊ້ບໍລິການໃນ ແອັບພລິເຄເຊິນ ເພົ້າສ ເຊັ່ນ ການຕິດຕາມສຸຂະພາບ. ແລ້ວຈະເກິດຫຍັງຂື້ນກັບຂໍ້ມູນເຫຼົ່ານັ້ນ ?
ພວກເຮົາຂໍແນະນຳໃຫ້ທ່ານ ທຳການບັນທຶກຂໍໍ້ມູນທີ່ສຳຄັນຂອງທ່ານທີ່ກ່ຽວຄ້ອງກັບບໍລິການທີ່ຍັງນຳໃຊ້ງານ ກ່ອນວັນທີ ທີ່ຈະມີການຍົກເລິກການໃຫ້ບໍລິການ. ຂະນະນີ້, ພວກເຮົາກຳລັງມຸ່ງເນັ້ນໄປທີ່ການປັບປຸງໃນການໃຫ້ບໍລິການອື່ນໆ ເພື່ອໃຫ້ແນ່ໃຈວ່າທ່ານຈະໄດ້ຮັບປະສົບການທີ່ດີຍິ່ງຂຶ້ນ
ໃນອະນາຄົດຍັງຈະມີການເພິ່ມເຕີມ ເຄື່ອງມືການນຳໃຊ້ໃນລະບົບອອນລາຍຂອງແອັບ ຫຼືບໍ່ ?
ແມ່ນແລ້ວ, ພວກເຮົາກຳລັງມຸ່ງເນັ້ນໃສ່ການຳພັດທະນານະວັດຕະກໍາຫຼາຍຂຶ້ນ ເພື່ອສະໜອງການບໍລິການດ້ວຍລະບົບອອນລາຍທີດີຂຶ້ນຍິ່ງກວ່າເກົ່າ. ພວກເຮົາຈະແບ່ງປັນຂໍ້ມູນໃຫ້ແກ່ທ່ານອີກຄັ້ງເມື່ອມີການອັບເດດເພິ່ມເຕີມ.