ພຣູໄລ້ ກາດ

ຜົນປະໂຫຍດ ຂອງຜະລິດຕະພັນ

ລາຄາບໍ່ແພງ ແລະ ການຊື້ກໍ່ງ່າຍ

ຜົນປະໂຫຍດຈາກການເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນຈາກອຸປະຕິເຫດ

ເງິນອຸດໜູນເມື່ອເຂົ້າໂຮງໝໍ ເນື່ອງຈາກອຸປະຕິເຫດ

ຜົນປະໂຫຍດເມື່ອເສຍຊີວິດ
ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?
ຊີວິດເຕັມໄປດ້ວຍຄວາມບໍ່ແນ່ນອນເມື່ອເຫດການທີ່ບໍ່ຄາດຄິດເກີດຂຶ້ນ ທ່ານຄວນຈະມີຜະລິດຕະພັນປະກັນໄພນີ້ໄວ້ເພື່ອຄຸ້ມຄອງຖານະທາງດ້ານ ການເງິນສຳລັບຕົວທ່ານເອງ ແລະ ຄົນທີ່ທ່ານຮັກໃນລາຄາທີ່ບໍ່ແພງ. ພ້ອມນີ້, ຂັ້ນຕອນສະໝັກປະກັນຊີວິດແມ່ນງ່າຍ ແລະ ຂັ້ນຕອນການຮ້ອງຂໍສິນທົດແທນແມ່ນມີຄວາມໂປ່ງໃສ.
ທຸກໆສິ່ງເລັກໆນ້ອຍໆ ມີຄ່າສຳລັບຄົນທີ່ທ່ານຮັກເພື່ອສະແດງຄວາມຮັກ ແລະ ຫ່ວງໄຍແກ່ພວກເຂົາ. ການຄຸ້ມຄອງທີ່ສົມບູນແບບໃນໄລຍະສັ້ນໜຶ່ງປີໃນລາຄາທີ່ບໍ່ແພງ ພ້ອມກັນນັ້ນຍັງປົກປ້ອງຄ່າໃຊ້ຈ່າຍຕ່າງໆ. ນອກຈາກນີ້, ທ່ານສາມາດຊື້ໄດ້ຢ່າງງ່າຍດາຍພຽງປາຍນິ້ວມືຂອງທ່ານທຸກທີ່ທຸກເວລາ.
ອ່ານ ເພີ່ມ
ຜົນປະໂຫຍດຂອງຜະລິດຕະພັນ
ຜົນປະໂຫຍດຂອງຜະລິດຕະພັນ ພຣູໄລ້ ກາດ | Sliver | Gold | Diamond |
ຜົນປະໂຫຍດການເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນຈາກອຸປະຕິເຫດ ຫຼື | 15.000.000 ກີບ | 50.000.000 ກີບ | 90.000.000 ກີບ |
ຜົນປະໂຫຍດການເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນ ເນື່ອງຈາກອຸປະຕິເຫດທາງລົດຈັກ | 7.500.000 ກີບ | 25.000.000 ກີບ | 45.000.000 ກີບ |
ຜົນປະໂຫຍດເມື່ອເສຍຊີວິດໃນທຸກກໍລະນີ | 1.000.000 ກີບ | 1.200.000 ກີບ | 1.500.000 ກີບ |
ເງິນອຸດໜູນເມື່ອເຂົ້າໂຮງໝໍເນື່ອງຈາກອຸປະຕິເຫດ*** | 350.000 ກີບ | 450.000 ກີບ | 550.000 ກີບ |
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄລ້ ກາດ
|
ຜະລິດຕະພັນພຣູໄລ້ ກາດ ແມ່ນຜະລິດ ຕະພັນປະກັນໄພຊີວິດ ເປັນແຜນຄຸ້ມຄອງໄລຍະ 1 ປີ ທີ່ໃຫ້ຜົນປະໂຫຍດຄຸ້ມຄອງການເສຍຊີວິດ, ອຸປະຕິເຫດ ແລະ ເສຍອົງຄະແບບສິ້ນ ເຊີງ ແລະ ຖາວອນລວມທັງຜົນປະໂຫຍດອຸປະຕິເຫດສ່ວນບຸກຄົນທີ່ເປັນທາງເລືອກ. ພຣູໄລ້ ກາດ ຈະຊ່ວຍທ່ານຈາກຄ່າປິ່ນປົວຢູ່ໂຮງໝໍຂຶ້ນກັບແພັກເກັດທີ່ທ່ານເລືອກໃນກໍລະນີທີ່ ເຂົ້າໂຮງໝໍເນື່ອງຈາກອຸປະຕິເຫດ. |
|
ຜູ້ທີ່ອາໃສຢູ່ ສ.ປ.ປ ລາວ ມີໃບອະນຸຍາດທີ່ຖືກຕ້ອງ ແລະ ທີ່ຢູ່ອາໄສທີ່ຊັດເຈນໃນປະເທດລາວອາຍຸ ລະຫວ່າງ 18-60 ປີ. ກະລຸນາກວດສອບອາຍຸທີ່ສາມາດຊື້ຜະລິດຕະພັນ ໄດ້ ກ່ອນສະໝັກໃນແບບຟອມສະໝັກ; ບໍລິສັດໄດ້ສະຫງວນສິດໃນການປ່ຽນແປງອາຍຸຜູ້ທີ່ສາມາດຊື້ຜະລິດຕະພັນໄດ້ຕະຫຼອດເວລາໂດຍອາດຈະບໍ່ແຈ້ງໃຫ້ຮັບຮູ້ລ່ວງໜ້າ. |
|
ຊຳລະຄັ້ງດຽວ (1) ຜ່ານຊ່ອງທາງການຊຳລະເງິນຂອງພວກເຮົາ. |
|
ບໍ່ມີໄລຍະເວລາລໍຖ້າສຳລັບການຮັບຜົນປະໂຫຍດ ເນື່ອງຈາກອຸປະຕິເຫດສ່ວນບຸກຄົນ ແລະ ພວກເຮົາສາມາດໃຫ້ຄວາມຄຸ້ມຄອງທ່ານທັນທີ. |
|
ທ່ານບໍ່ຈຳເປັນຕ້ອງກວດສຸຂະພາບ. ພວກເຮົາມີຂັ້ນຕອນການພິຈາລະນາສັນຍາແບບງ່າຍດາຍ. |
ໝາຍເຫດ
* ຂໍກຳນົດ ແລະ ເງື່ອນໄຂໃນການສະໝັກ. ຂໍກຳນົດ ແລະ ເງື່ອນໄຂທີ່ລະບຸໄວ້ ໃນນີ້ ແມ່ນພຽງແຕ່ບາງສ່ວນຂອງຂໍກຳນົດ ແລະ ເງື່ອນໄຂທັງໝົດ. ກະລຸນາເບິ່ງຂໍກຳນົດ ແລະ ເງື່ອນໄຂ , ລາຍລະອຽດສະເພາະ ແລະ ຂໍຍົກເວັ້ນທີ່ໃຊ້ບັງຄັບກັບຜະລິດຕະພັນປະກັນໄພຊີວິດເຫຼົ່ານີ້ ໃນເອກະສານສັນຍາປະກັນໄພ.
** ຜົນປະໂຫຍດຄ່າຮັກສາປິ່ນປົວຈາກອຸປະຕິເຫດແມ່ນເປັນທາງເລືອກເພີ່ມເຕີມທີ່ທ່ານສາມາດເລືອກເອົາ ຖ້າຫາກວ່າທ່ານຕ້ອງການຮັບຄວາມຄຸ້ມຄອງນີ້ ແລະ ທ່ານສາມາດບໍ່ເລືອກກໍໄດ້ເຊັ່ນກັນອີງຕາມຄວາມຕ້ອງການຂອງທ່ານ.
*** ຈຳນວນເງິນຄຸ້ມຄອງຈະຖືກຈ່າຍເປັນເງິນກ້ອນຕໍ່ໜຶ່ງອຸປະຕິເຫດ ເມື່ອເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກອຸປະຕິເຫດ. ສູງສຸດ 3 ຄັ້ ງໃນໄລຍະຄຸ້ມຄອງຂອງສັນຍາ.
**** ການຈ່າຍຄ່າທຳນຽມຈະລວມຄ່າສະໝັກເຂົ້າໃນແຜນຄຸ້ມຄອງທີ່ທ່ານເລືອກ. ໄລຍະເວລາທີ່ພິຈາລະນາແມ່ນໄລຍະທີ່ ທ່ານສາມາດຕັດສິນໃຈຍົກເລີກສັນຍາ ແລະ ຮັບເງິນຄືນພາຍໃນ 7 ມື້ ນັບແຕ່ວັນທີສັນຍາມີຜົນສັກສິດ. ຄວາມຄຸ້ມຄອງປະກັນໄພຊີວິດ ເປັນແຜນໄລຍະ 1 ປີ ແລະ ການຈະຕໍ່ອາຍຸສັນຍາປະກັນໄພນັ້ນ ແມ່ນຕ້ອງໄດ້ອີງຕາມເງື່ອນໄຂທີ່ທາງບໍລິສັດກຳນົດໄວ້. ການຈ່າຍເງິນທັງໝົດທີ່ສະແດງນີ້ ເປັນສະກຸນເງິນລາວກີບ.
ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌
