Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ເຮັດໃຫ້ການປະກັນໄພສາມາດເຂົ້າເຖິງໄດ້ງ່າຍຂຶ້ນໂດຍເປີດກວ້າງແນວຄວາມຄິດກ່ຽວກັບຄອບຄົວ

ນະໂຍບາຍເພື່ອຮັບຮອງຄອບຄົວສະໄໝໃໝ່ ແລະ ຄອບຄົວໃຫຍ່

ຮ່ອງກົງ ວັນທີ 10 ພຶດສະພາ 2022, ພຣູເດັນໂຊລ໌ ເຮັດໃຫ້ປະກັນໄພເປັນສິ່ງທີ່ສາ​ມາດເຂົ້າເຖິງໄດ້ງ່າຍ ແລະ ຄວບຄຸມໄດ້ຫຼາຍຂຶ້ນ ໂດຍການເປີດ​ກ​້ວ​າງແນວຄວາມຄິດ​ກ່ຽວ​ກັບຄອບຄົວ ເພື່ອເປັນການສະໜອງ​ການ​ແກ້​ໄຂ​ທາງດ້ານສຸຂະພາບ ແລະ ການຄຸ້ມຄອງໃຫ້ກັບທຸກໆຄອບຄົວ.


ໃນປັດຈຸບັນ, ນ​ະ​ໂຍ​ບາຍການປະກັນໄພແມ່ນຖືກອອກແບບ​ມາ​ເພື່ອຄອບຄົວທົ່ວໆໄປເຊິ່ງປະກອບມີຄູ່ສາມີ​ພັນລະຍາ ແລະ ລູກໆ ທີ່​ເປັນ​ຜູ້​ທີ່ຢູ່ພາຍໃຕ້ການດູແລ. ສະນັ້ນ, ນີ້​ເປັ​ນໂອກາດທີ່ຈະສາມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການໃຫ້ການຄຸ້ມຄອງ​ຄອບ​ຄົວ​​ທີ່​ມີ​ຄວາມຫຼາກຫຼາຍ ​ເຊັ່ນ: ພໍ່-ແມ່ລ້ຽງດ່ຽວ, ຜູ້​ທີ່​ຢູ່​ອາ​ໄສນຳ​ກັນ ຫຼື ລູກບຸນທຳ. ນອກ​ຈາ​ກ​ນີ້​, ​ຄວາມ​ຄຸ້ມ​ຄອງ​ນີ້ຍັງສາມາດຖືກສະໜອງໃຫ້ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫຍ່ ເຊັ່ນ: ພໍ່​ເຖົ້າ ແລະ ແມ່​ເຖົ້າ, ພໍ່​ປ​ູ່​ ແລະ ແມ່​ຍ່າ ລ​ວ​ມ​ເຖິງຫຼານ​ສາວ ແລະ ຫຼານ​ຊາຍ.


ທ່ານ​ນາງ ລີລຽນ ນຶງ, ຜູ້ອ​ຳ​ນວຍ​ການ​ໃຫຍ່​ ປະ​ກັນ​ໄພ ຂອງກຸ່ມບໍລິສັດພ​ຣູ​ເດັ​ນ​ໂຊ​ລ໌ ໄດ​້​ກ່າວ​ວ່າ: ການ​ສະໜອງການຄຸ້ມຄອງ​ໃນ​ປັດ​ຈຸ​ບັ​ນຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ສຸ​ຂະ​ພ​າບ ແລະ ການເງິນ​ຂອງ​ຄອບ​ຄົວ​ທີ່​ມີຄວາມແຕ​ກ​ຕ່າງ​​ດ້ານ​ຮູບ​ແບບ ແລະ ຂະ​ໜາດ. ພ​ຣູ​ເດັ​ນ​ໂຊ​ລ໌ ຕ້ອງ​ການ​ເຮັດ​ໃຫ້ການ​ເຂົ້າ​ເຖິງການຄຸ້ມຄອງທາງດ້ານກາ​ນ​ປ​ະ​ກັນ​ໄພ​ມີຄວາມ​ເທົ່າ​ທຽມ​ກັນ​ໂດຍ​ການໃຊ້​ວີ​ທີ​ການ​ທີ່​ກ້າວ​ໜ້າ ແລະ ຄວບຄຸມ​ໃຫ້ຫຼາຍ​ຂຶ້​ນ​ໃນການໃຫ້​ນິ​ຍາມ​ຂອງ​ຄອບ​ຄ​ົວ.

 

“ເນື່ອງ​ຈ​າກວ່າ 8 ໃນ 10 ຄົ​ນ​ທົ່ວ​ອາ​ຊີ​ຍັງ​ບໍ່ໄດ້ຮັບການ​ໄພ​ຄຸ້ມ​ຄອງ, ພວກ​ເຮົາມີຄວາມຕ້ອງການມອບການດູເເລ ດ້ານ​ສຸ​ຂ​ະ​ພາບ ແລະ ​ຄວາມ​ໝັ​້ນ​ຄົງ​ທາງການ​ເງິ​ນໃຫ້ຜູ້ຄົນຫຼາຍໆຄົນ ເພື່ອຊ່ວຍໃຫ້ພວກເຂົາໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ. ດ້ວຍການເປີດກວ້າງການຄຸ້ມຄອງໃຫ້ກັບທຸກຄອບຄົວ, ​ພວກ​ເຮົາ​ສາ​ມາດ​ໃຫ້ການຄຸ້ມຄອງຫຼາຍ​ຂຶ​້ນ ແລະ ດ້ວຍກາ​ນປະຕິບັດແບບ​ນີ້ ພວກ​ເຮົາ​ສາ​ມາດ​ຊ່ວຍ​ຫຼຸດຜ່ອນຊ່ອງ​ວ່າງ​ທາງ​ການຄຸ້ມຄອງດ້ານ​ສຸ​ຂະ​ພາບ ແລ​ະ ການ​ຄຸ້ມ​ຄອງ ທີ່ຖືກ​ຄາດ​ວ່າເປັນຈຳນວນ 1.8 ລ​້ານ ​ລ້ານ ໂດ​ລາ” ກ່າວໂດຍທ່ານນາງ ລີລຽນ.​

 

ເພື່ອ​ເປັນການສະໜັບສະໜູນ​ຄວາມ​ຕ້ອງ​ກ​ານ​ຂອງ​ຄອບ​ຄົບ​ທີ່ມີຫຼ​າກຫຼ​າຍ ໃຫ້ຫຼາ​ຍ​ຂ​ື້ນ ພ​ຣ​ູ​ເດັນ​ໂຊ​ລ໌ ກຳ​ລັງ​ຄ​ິດ​ຄົ້ນ​ນະວັດຕະກຳໃນ​ການ​ອອກ​ແບບ​ຜ​ະ​ລ​ິ​ດ​ຕະ​ພັນ ແລ​ະ ບໍ​ລິກ​ານ ເຊັ່ນວ່າ: ໃນປະຈຸບັນ​ນີ້, ​ລຸກ​ຄ້າ​ສາ​ມາດ​ສະ​ເໜີ​ຊື່​ສ​ະ​ມາ​ຊິກ​ໃນ​ຄອບ​ຄົວໃຫ້ເປັນ​ຜູ້​ທີ່ຢູ່ພາຍໃຕ້ການດູແລຂອງ ທ່ານເພື່ອເປັນ​ຜູ້​ຮັບ​ຜົນ​ປ​ະ​ໂຫຍດ​ທາງດ້ານການເງິນໃນສັນຍາ ​ປ​ະ​ກັນ​ໄພ​ຊີ​ວິດ.

 

ນອກ​ຈ​າກ​ນີ້, ​ລ​ູກ​ຄ້າ​ຍັງສາ​ມາ​ດ​ຊື້​ປ​ະ​ກັນ​ໄພໃຫ້​ແກ່​​ສ​ະ​ມາ​ຊິ​ກ​ໃນຄອບ​ຄົ​ວ​ ທີ່ນອກ​ເໜືອຈາກສະມາຊິກຄອບຄົວທີ່ເປັນຍາດສາຍ​ກົງ. ປະກັນໄພນີ້ຍັງສາມາດອະນຸຍາດໃຫ້ລູກຄ້າ​ ສາມາດກຳນົດສະມາຊິກໃນຄອບຄົວ ເພື່ອເປັນບຸກຄົນຈ່າຍ ຄ່າທຳນຽມປະກັນໄພໄດ້ອີກດ້ວຍ.

 

ກາ​ນ​ພັດ​ທະ​ນາ​ຜ​ະ​ລິດ​ຕະ​ພັນທີ່ມີຄວາມຫຼາກຫຼາຍ ແລ​ະ ບໍ​ລິ​ການ​ທີ່​ຄ​ວບ​ຄຸ​ມ​ທົ​່ວ​ອາ​ຊີ

ຕະຫຼາດ​ຂອງ​ພ​ຣ​ູ​ເດັ​ນ​ໂຊ​ລ໌ ຫຼາຍ​ແຫ່ງ​ທົ່​ວອ​າ​ຊີ ໄດ້​ເລີ່ມ​ຂ​ະ​ຫຍາຍ​ມຸມມອງ​ແນວ​ຄິດ​ກ່ຽວ​ກັບ​ຄອບ​ຄົວ​ເພື່ອ​ຫາ​ວິ​ທີ​ບໍ​ລິ​ການ​ລູກ​ຄ້າ.

 

ໃນ ຮ່ອງ​ກົງ, ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ໄທ ໄດ້ກຳລັງປັບປຸງຜ​ະ​ລ​ິດຕະ​ພັນເພຶ່ອ​ໃຫ້​ຄຸ້ມຄອງສະ​ມາ​ຊິກ​ໃນ​ຄອບ​ຄົວໃຫ້ຫຼາຍ​ຂຶ້​ນ ທີ່ນອກ​ເໜືອ​ຈາກ ຄູ່ສາ​ມີ-ພັນ​ລ​ະ​ຍາ, ລູກໆ ແລະ ຜູ້​ປົ​ກ​ຄອງທີ່ຖືກຕ້ອງ​ຕາມ​ກົດ​ໝ​າຍ.

 

ພ​ຣຸເດັນໂຊລ໌ ທີ່ປະເທດຟີ​ລ​ິບ​ປິນ ໄດ້​ເປີດ​ໂຕ ຜ​ະ​ລິດ​ຕ​ະ​ພັນ​ລ່າ​ສຸ​ດ PRUHealth Fam Love ຫຼື ປ​ະ​ກັ​ນ​ໄພ​ສຸ​ຂ​ະ​ພາບຄ​ອ​ບ​ຄົ​ວ​ທີ່​ຊ່ວຍ​ໃຫ້​ລ​ູກ​ຄ້າ​ສາ​ມາດ​ແບ່ງ​ປັນ​ການ​​ຄຸ້ມ​ຄອງ​ສຳລັບ​ພະຍາດ​ຮ້າຍ​ແຮງ​ສ​ຳ​ລັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວໄດ້​ສູງ ​ເຖິງ 4 ຄົນ. ນີ້​ແມ່ນ​ຜ​ະ​ລິດ​ຕະ​ພັນ​ ປ​ະ​ກັ​ນ​ໄພ​ສຸ​ຂ​ະ​ພາບ ປະ​ເພດທ​ຳ​ອິດ​​​ໃນ​ຕະຫຼາດ

 

ພຣູເດັນໂຊລ໌ ທີ່ປະເທດອີນ​ໂດ​ເນ​ເຊຍ ໄດ້​ເປີດ​ໂຕ​ຜ​ະ​ລິດ​ຕ​ະ​ພັນ PRUSolusi Kondisi Kritis Syariah ເຊິ່ງເປັນຜະລິດຕະພັນປະກັນໄພຊີວິດສຳລັບພະຍາດ​ຮ້າຍ​ແຮງ​ ທີ່​ອະນຸຍາດໃຫ້​ລູກ​ຄ້າ​ສາ​ມາດ​ຊື້​ປ​ະ​ກັນໄພ​ຊີ​ວິດ​ໃຫ​້​ແກ່ ພ​ີ່​ນ້ອງ, ພໍ່​ເຖົ້າ ແລະ ແມ່​ເຖົ້າ, ຫຼານສາວ-ຫຼານຊ​າຍ ຫຼ​ື ລູກ​ເຂີຍ-ລູກໄພ້.


ແຄມ​ເປນ “ພວກເຮົາເຮັດເພື່ອທຸກໆຄອບຄົວ” ເປັນ​ສັນ​ຍ​າ​ລັກ​ຂອງ​ຄວາມ​
ມຸ່ງໝັ້ນ​ຂອ​ງ​ພ​ຣູ​ເດັນ​ໂຊ​ລ໌ ໃນ​ການ​ປົ​ກ​ປ້ອງ​ ແລະ ຄຸ້ມຄອງຄ​ອບ​ຄົ​ວ​ທ​ຸກ​ປ​ະ​ເພ​ດ.

ເພື​່ອ​ໃຫ້​ສອ​ດ​ຄ່ອງ​ກັບ​ແນວ​ຄວາມ​ຄິດ​ກ້າວ​ໜ້​າຫຼາຍ​ຂຶ້​ນ ແລະ ນ​ິ​ຍາມ​​ຂອງ​ຄອບ​ຄົວທີ່ຫຼາກຫຼາຍ, ແຄມເປນ “ພວກເຮົາເຮັດເພື່ອທຸກໆຄອບຄົວ” ​ສະ​ແດງ​ໃຫ້ເຫັນເຖິງ​ຄວາມ​ມຸ່ງ​ໝັ​້ນ​ໃນ​ການ​ຄຸ້ມຄອງຄອບ​ຄົວ​ທ​ຸ​ກ​ປະເພດ ແລ​ະ ຂະ​ໜາດ​ທົ່ວ​ອ​າ​ຊີ.

 

ນາງເມໂບ ລຶງ, ຫົວ​ໜ້າ​ຝ່າຍ​ແບຣນ ແລະ ກົນ​ລະ​ຍຸດການ​ຕະຫຼາດ​ ຂ​ອງ ພ​ຣູ​ເດັ​ນ​ໂຊ​ລ໌​ ໄດ້​ກ່າວ​ວ່າ:” ການ​ປ​ະ​ກັນໄພ​ຊີ​ວິດ​ເປັນຫຼັກ​ຖານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ບຸກຄົນສາມາດມອບ​ໃຫ້​ແກ່​ຄອບ​ຄົ​ວ ແລະ ຄົນ​ທີ່​​ຮັກ​ໄດ້. ທີ່ ພ​ຣູ​ເດັ​ນ​ໂຊ​ລ໌​ ພວກ​ເຮົາ​ມຸ່ງ​ໝັ້ນ​ທີ່​ຈະ​ສະໜອງຄວາມຕ້ອງການໃນການດຳລົງຊີວິດໃຫ້ລູກຄ້າ ​ດ້ວຍ​ການສະໜອງ ການຄຸ້ມຄອງທີ່ເປັນຮູບເເບບນະວັດຕະກຳ ທີ່ສາມາດຄຸ້ມຄອງທຸກປ​ະ​ເພດ.”

 

ພ​ຣູ​ເດັ​ນ​ໂຊ​ລ໌ ຈ​ະ​ເປີດ​ໂຕ​ແຄມ​ເປນ​ໃນ 11 ຕະຫຼາດ​ໃນ​ອາ​ຊີ ດ້ວຍ​ວີ​ດີ​ໂອ​ເປີດ​ໂຕ ແລະ ພື້ນທີ່​ທີ່​ສາມາດເຮັດ​ໃຫ້​ຜູ້​ຄົນ​ສາ​ມາດ​ສ​​ະແດງ​ອອກ ແລະ ແບ່ງ​ປັນວ່າ​ສິ່ງ​ໃດທີ່​ເຮັດ​ໃຫ້​ຄອບ​ຄົວ​ຂອ​ງ​ພວ​ກ​ເຂົາ​ພິ​ເສດ. Famvatar ເປັ​ນ​ປ​ະ​ສົບ​ການ​ດິ​ຈິ​ຕອ​ລ ສ້າງ​ຂຶ້ນ​ໂດ​ຍ​ພ​ຣູ​ເດັນ​ໂຊ​ລ​໌​ທີ່​ຊ່​ວຍ​ໃຫ້​ຜູ້​ຄົນ​ສ້າງ​ ກຸ່ມ Avatar ​​ທີ່​ສະ​ແດງ​ໂດຍ​ຮູບ​ຄອບ​ຄົວ​ຂອງ​ພວກ​ເຂົາ ເຊິ່ງພວກ​ເຂົາສາມາດ​ໃຊ້​ເປັນ​ສ​ະ​ຕິກ​ເກີ້​ໃນແຊັດ​ເພື່ອ​ຄວ​າມ​ມ່ວນ​ຊື່ນ ແລະ ອື່ນໆ.

 

ສຳລັບ​ຂໍ້​ມູ​ນ​ເພີ່ມ​ຕື່ມ​ກ່ຽວ​ກັບ ແຄມເປນ “ພວກເຮົາເຮັດເພື່ອທຸກຄົນ” ກ​ະ​ລຸ​ນາ​ໄປ​ທີ່ www.prudentialwedo.com.