ພຣູເດັນໂຊລ໌ ເຮັດໃຫ້ການປະກັນໄພສາມາດເຂົ້າເຖິງໄດ້ງ່າຍຂຶ້ນໂດຍເປີດກວ້າງແນວຄວາມຄິດກ່ຽວກັບຄອບຄົວ
ຮ່ອງກົງ ວັນທີ 10 ພຶດສະພາ 2022, ພຣູເດັນໂຊລ໌ ເຮັດໃຫ້ປະກັນໄພເປັນສິ່ງທີ່ສາມາດເຂົ້າເຖິງໄດ້ງ່າຍ ແລະ ຄວບຄຸມໄດ້ຫຼາຍຂຶ້ນ ໂດຍການເປີດກ້ວາງແນວຄວາມຄິດກ່ຽວກັບຄອບຄົວ ເພື່ອເປັນການສະໜອງການແກ້ໄຂທາງດ້ານສຸຂະພາບ ແລະ ການຄຸ້ມຄອງໃຫ້ກັບທຸກໆຄອບຄົວ.
ໃນປັດຈຸບັນ, ນະໂຍບາຍການປະກັນໄພແມ່ນຖືກອອກແບບມາເພື່ອຄອບຄົວທົ່ວໆໄປເຊິ່ງປະກອບມີຄູ່ສາມີພັນລະຍາ ແລະ ລູກໆ ທີ່ເປັນຜູ້ທີ່ຢູ່ພາຍໃຕ້ການດູແລ. ສະນັ້ນ, ນີ້ເປັນໂອກາດທີ່ຈະສາມາດຕອບສະໜອງຄວາມຕ້ອງການໃນການໃຫ້ການຄຸ້ມຄອງຄອບຄົວທີ່ມີຄວາມຫຼາກຫຼາຍ ເຊັ່ນ: ພໍ່-ແມ່ລ້ຽງດ່ຽວ, ຜູ້ທີ່ຢູ່ອາໄສນຳກັນ ຫຼື ລູກບຸນທຳ. ນອກຈາກນີ້, ຄວາມຄຸ້ມຄອງນີ້ຍັງສາມາດຖືກສະໜອງໃຫ້ແກ່ສະມາຊິກໃນຄອບຄົວໃຫຍ່ ເຊັ່ນ: ພໍ່ເຖົ້າ ແລະ ແມ່ເຖົ້າ, ພໍ່ປູ່ ແລະ ແມ່ຍ່າ ລວມເຖິງຫຼານສາວ ແລະ ຫຼານຊາຍ.
ທ່ານນາງ ລີລຽນ ນຶງ, ຜູ້ອຳນວຍການໃຫຍ່ ປະກັນໄພ ຂອງກຸ່ມບໍລິສັດພຣູເດັນໂຊລ໌ ໄດ້ກ່າວວ່າ: ການສະໜອງການຄຸ້ມຄອງໃນປັດຈຸບັນຍັງບໍ່ພຽງພໍກັບຄວາມຕ້ອງການດ້ານສຸຂະພາບ ແລະ ການເງິນຂອງຄອບຄົວທີ່ມີຄວາມແຕກຕ່າງດ້ານຮູບແບບ ແລະ ຂະໜາດ. ພຣູເດັນໂຊລ໌ ຕ້ອງການເຮັດໃຫ້ການເຂົ້າເຖິງການຄຸ້ມຄອງທາງດ້ານການປະກັນໄພມີຄວາມເທົ່າທຽມກັນໂດຍການໃຊ້ວີທີການທີ່ກ້າວໜ້າ ແລະ ຄວບຄຸມໃຫ້ຫຼາຍຂຶ້ນໃນການໃຫ້ນິຍາມຂອງຄອບຄົວ.
“ເນື່ອງຈາກວ່າ 8 ໃນ 10 ຄົນທົ່ວອາຊີຍັງບໍ່ໄດ້ຮັບການໄພຄຸ້ມຄອງ, ພວກເຮົາມີຄວາມຕ້ອງການມອບການດູເເລ ດ້ານສຸຂະພາບ ແລະ ຄວາມໝັ້ນຄົງທາງການເງິນໃຫ້ຜູ້ຄົນຫຼາຍໆຄົນ ເພື່ອຊ່ວຍໃຫ້ພວກເຂົາໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ. ດ້ວຍການເປີດກວ້າງການຄຸ້ມຄອງໃຫ້ກັບທຸກຄອບຄົວ, ພວກເຮົາສາມາດໃຫ້ການຄຸ້ມຄອງຫຼາຍຂຶ້ນ ແລະ ດ້ວຍການປະຕິບັດແບບນີ້ ພວກເຮົາສາມາດຊ່ວຍຫຼຸດຜ່ອນຊ່ອງວ່າງທາງການຄຸ້ມຄອງດ້ານສຸຂະພາບ ແລະ ການຄຸ້ມຄອງ ທີ່ຖືກຄາດວ່າເປັນຈຳນວນ 1.8 ລ້ານ ລ້ານ ໂດລາ” ກ່າວໂດຍທ່ານນາງ ລີລຽນ.
ເພື່ອເປັນການສະໜັບສະໜູນຄວາມຕ້ອງການຂອງຄອບຄົບທີ່ມີຫຼາກຫຼາຍ ໃຫ້ຫຼາຍຂື້ນ ພຣູເດັນໂຊລ໌ ກຳລັງຄິດຄົ້ນນະວັດຕະກຳໃນການອອກແບບຜະລິດຕະພັນ ແລະ ບໍລິການ ເຊັ່ນວ່າ: ໃນປະຈຸບັນນີ້, ລຸກຄ້າສາມາດສະເໜີຊື່ສະມາຊິກໃນຄອບຄົວໃຫ້ເປັນຜູ້ທີ່ຢູ່ພາຍໃຕ້ການດູແລຂອງ ທ່ານເພື່ອເປັນຜູ້ຮັບຜົນປະໂຫຍດທາງດ້ານການເງິນໃນສັນຍາ ປະກັນໄພຊີວິດ.
ນອກຈາກນີ້, ລູກຄ້າຍັງສາມາດຊື້ປະກັນໄພໃຫ້ແກ່ສະມາຊິກໃນຄອບຄົວ ທີ່ນອກເໜືອຈາກສະມາຊິກຄອບຄົວທີ່ເປັນຍາດສາຍກົງ. ປະກັນໄພນີ້ຍັງສາມາດອະນຸຍາດໃຫ້ລູກຄ້າ ສາມາດກຳນົດສະມາຊິກໃນຄອບຄົວ ເພື່ອເປັນບຸກຄົນຈ່າຍ ຄ່າທຳນຽມປະກັນໄພໄດ້ອີກດ້ວຍ.
ການພັດທະນາຜະລິດຕະພັນທີ່ມີຄວາມຫຼາກຫຼາຍ ແລະ ບໍລິການທີ່ຄວບຄຸມທົ່ວອາຊີ
ຕະຫຼາດຂອງພຣູເດັນໂຊລ໌ ຫຼາຍແຫ່ງທົ່ວອາຊີ ໄດ້ເລີ່ມຂະຫຍາຍມຸມມອງແນວຄິດກ່ຽວກັບຄອບຄົວເພື່ອຫາວິທີບໍລິການລູກຄ້າ.
ໃນ ຮ່ອງກົງ, ມາເລເຊຍ, ສິງກະໂປ ແລະ ໄທ ໄດ້ກຳລັງປັບປຸງຜະລິດຕະພັນເພຶ່ອໃຫ້ຄຸ້ມຄອງສະມາຊິກໃນຄອບຄົວໃຫ້ຫຼາຍຂຶ້ນ ທີ່ນອກເໜືອຈາກ ຄູ່ສາມີ-ພັນລະຍາ, ລູກໆ ແລະ ຜູ້ປົກຄອງທີ່ຖືກຕ້ອງຕາມກົດໝາຍ.
ພຣຸເດັນໂຊລ໌ ທີ່ປະເທດຟີລິບປິນ ໄດ້ເປີດໂຕ ຜະລິດຕະພັນລ່າສຸດ PRUHealth Fam Love ຫຼື ປະກັນໄພສຸຂະພາບຄອບຄົວທີ່ຊ່ວຍໃຫ້ລູກຄ້າສາມາດແບ່ງປັນການຄຸ້ມຄອງສຳລັບພະຍາດຮ້າຍແຮງສຳລັບສະມາຊິກໃນຄອບຄົວໄດ້ສູງ ເຖິງ 4 ຄົນ. ນີ້ແມ່ນຜະລິດຕະພັນ ປະກັນໄພສຸຂະພາບ ປະເພດທຳອິດໃນຕະຫຼາດ
ພຣູເດັນໂຊລ໌ ທີ່ປະເທດອີນໂດເນເຊຍ ໄດ້ເປີດໂຕຜະລິດຕະພັນ PRUSolusi Kondisi Kritis Syariah ເຊິ່ງເປັນຜະລິດຕະພັນປະກັນໄພຊີວິດສຳລັບພະຍາດຮ້າຍແຮງ ທີ່ອະນຸຍາດໃຫ້ລູກຄ້າສາມາດຊື້ປະກັນໄພຊີວິດໃຫ້ແກ່ ພີ່ນ້ອງ, ພໍ່ເຖົ້າ ແລະ ແມ່ເຖົ້າ, ຫຼານສາວ-ຫຼານຊາຍ ຫຼື ລູກເຂີຍ-ລູກໄພ້.
ແຄມເປນ “ພວກເຮົາເຮັດເພື່ອທຸກໆຄອບຄົວ” ເປັນສັນຍາລັກຂອງຄວາມມຸ່ງໝັ້ນຂອງພຣູເດັນໂຊລ໌ ໃນການປົກປ້ອງ ແລະ ຄຸ້ມຄອງຄອບຄົວທຸກປະເພດ.
ເພື່ອໃຫ້ສອດຄ່ອງກັບແນວຄວາມຄິດກ້າວໜ້າຫຼາຍຂຶ້ນ ແລະ ນິຍາມຂອງຄອບຄົວທີ່ຫຼາກຫຼາຍ, ແຄມເປນ “ພວກເຮົາເຮັດເພື່ອທຸກໆຄອບຄົວ” ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຄຸ້ມຄອງຄອບຄົວທຸກປະເພດ ແລະ ຂະໜາດທົ່ວອາຊີ.
ນາງເມໂບ ລຶງ, ຫົວໜ້າຝ່າຍແບຣນ ແລະ ກົນລະຍຸດການຕະຫຼາດ ຂອງ ພຣູເດັນໂຊລ໌ ໄດ້ກ່າວວ່າ:” ການປະກັນໄພຊີວິດເປັນຫຼັກຖານທີ່ຍິ່ງໃຫຍ່ທີ່ສຸດທີ່ບຸກຄົນສາມາດມອບໃຫ້ແກ່ຄອບຄົວ ແລະ ຄົນທີ່ຮັກໄດ້. ທີ່ ພຣູເດັນໂຊລ໌ ພວກເຮົາມຸ່ງໝັ້ນທີ່ຈະສະໜອງຄວາມຕ້ອງການໃນການດຳລົງຊີວິດໃຫ້ລູກຄ້າ ດ້ວຍການສະໜອງ ການຄຸ້ມຄອງທີ່ເປັນຮູບເເບບນະວັດຕະກຳ ທີ່ສາມາດຄຸ້ມຄອງທຸກປະເພດ.”
ພຣູເດັນໂຊລ໌ ຈະເປີດໂຕແຄມເປນໃນ 11 ຕະຫຼາດໃນອາຊີ ດ້ວຍວີດີໂອເປີດໂຕ ແລະ ພື້ນທີ່ທີ່ສາມາດເຮັດໃຫ້ຜູ້ຄົນສາມາດສະແດງອອກ ແລະ ແບ່ງປັນວ່າສິ່ງໃດທີ່ເຮັດໃຫ້ຄອບຄົວຂອງພວກເຂົາພິເສດ. Famvatar ເປັນປະສົບການດິຈິຕອລ ສ້າງຂຶ້ນໂດຍພຣູເດັນໂຊລ໌ທີ່ຊ່ວຍໃຫ້ຜູ້ຄົນສ້າງ ກຸ່ມ Avatar ທີ່ສະແດງໂດຍຮູບຄອບຄົວຂອງພວກເຂົາ ເຊິ່ງພວກເຂົາສາມາດໃຊ້ເປັນສະຕິກເກີ້ໃນແຊັດເພື່ອຄວາມມ່ວນຊື່ນ ແລະ ອື່ນໆ.
ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບ ແຄມເປນ “ພວກເຮົາເຮັດເພື່ອທຸກຄົນ” ກະລຸນາໄປທີ່ www.prudentialwedo.com.