ພຣູເດັນໂຊລ໌ ລາວ ໄດ້ຈ່າຍເງິນອຸດໜຸນໃຫ້ແກ່ 4.600 ກວ່າຄົນເປັນຈຳນວນຫຼາຍກວ່າ 23 ຕື້ກີບ ຜ່ານທຶນອຸດໜຸນໂຄວິດ-19 ສະບາຍໃຈຫາຍຫ່ວງ
ວຽງຈັນ, ລາວ, ວັນທີ 21 ກໍລະກົດ 2022
ບໍລິສັດພຣູເດັນໂຊລ໌ ປະກັນໄພຊີວິດ ລາວຈຳກັດ (ພຣູເດັນໂຊລ໌ ລາວ)ໄດ້ຈ່າຍເງິນອຸດໜຸນໃຫ້ແກ່ 4.600 ກວ່າຄົນເປັນຈຳນວນຫຼາຍກວ່າ 23 ຕື້ກີບຜ່ານທຶນອຸດໜຸນໂຄວິດ-19 ທີ່ໄດ້ເປີດໂຕຄັ້ງທຳອິດໃນວັນທີ 26 ເມສາ2021ເພື່ອຕອບສະໜອງຄວາມຕ້ອງການການປົກປ້ອງຂອງປະຊາຊົນລາວ. ການບັນເທົາທຸກຊ່ວງການແຜ່ລະບາດພະຍາດນີ້ໄດ້ຖືກສະເໜີເພື່ອເປັນການສະໜັບສະໜຸນທາງດ້ານການເງິນເພື່ອຊ່ວຍປົກປ້ອງສຸຂະພາບຂອງປະຊາຊົນລາວໃນລະຫວ່າງການແຜ່ລະບາດຂອງເຊື້ອພະຍາດ.
ປະຊາຊົນລາວຫຼາຍກວ່າ 4.600 ຄົນ ແລະ ສະມາຊິກຄອບຄົວຂອງພວກເຂົາຜູ້ທີ່ໄດ້ຮັບການກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ພາຍໃນຊຸມຊົນໃນລາວ ຕັ້ງແຕ່ເດືອນ ເມສາ 2021 ຫາ ເດືອນເມສາ 2022 ໄດ້ຮັບເງິນອຸດໜຸນທັນເວລານີ້. ພຣູເດັນໂຊລ໌ ລາວ ໄດ້ຈ່າຍຜົນປະໂຫຍດແກ່ການເສຍຊີວິດມູນຄ່າ 100 ລ້ານກີບ ແກ່ຜູ້ທີ່ໄດ້ຮັບສິດໄດ້ຮັບເງິນອຸດໜຸນໃນເດືອນພຶດສະພາ 2022.
“ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄລຍະຍາວນານນີ້ ບໍ່ພຽງແຕ່ເຮັດໃຫ້ຊີວິດການເປັນຢູ່
ຂອງປະຊາຊົນລາວມີຄວາມຫຍຸ້ງຍາກ ແຕ່ຍັງສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ ແລະ ທຸລະກິດໃນລາວໃນທຸກດ້ານອີກດ້ວຍ. ພວກເຮົາໃນຖານະທີ່ເປັນສະມາຊິກຂອງຊຸມຊົນລາວ ພວກເຮົາເຮັດສຸດຄວາມສາມາດ ເພື່ອຢືນຄຽງຂ້າງຊຸມຊົນຂອງພວກເຮົາເພື່ອບັນເທົາທຸກ ແລະ ຊ່ວຍເຫຼືອທາງດ້ານການເງິນແກ່ປະຊາຊົນລາວໃນຊ່ວງວິກິດນີ້.” ທ່ານ ວິວສັນ ມາ ຜູ້ຮັກສາການອຳນວຍການໃຫຍ່ຂອງພຣູເດັນໂຊລ໌ ລາວ ແລະ ມຽນມາ ໄດ້ກ່າວ.
ຄຸນລັກສະນະໂດຍລວມທຶນອຸດໜຸນໂຄວິດ-19 ຂອງພຣູເດັນໂຊລ໌
ຜູ້ທີ່ມີສິດລົງທະບຽນ
- ສຳລັບປະຊາຊົນລາວທີ່ອາໃສຢູ່ໃນປະເທດລາວທີ່ມີອາຍຸລະຫວ່າງ 18-60 ປີ ສາມາດລົງທະບຽນໃຫ້ແກ່ຕົນເອງ ແລະ ເດັກອາຍຸຕ່ຳກວ່າ 18 ປີສູງສຸດໄດ້ 3 ຄົນ.
ເງິນທຶນສະໜັບສະໜຸນ
- ຜູ້ທີ່ລົງທະບຽນ ຫຼື ລູກໆທີ່ໄດ້ຮັບການລົງທະບຽນມີສິດໄດ້ຮັບເງິນອຸດໜຸນ ເມື່ອຖືກກວດພົບເຊື້ອ ພະຍາດ COVID-19 ໃນລາວ ສາມາດສະໝັກຂໍເງິນອຸດໜຸນໄດ້ 5.000.000 ກີບ ຕັ້ງແຕ່ເດືອນເມສາ 2021 ຫາ ເດືອນເມສາ 2022 ໄດ້ພາຍໃນໄລຍະເວລາທີ່ກຳນົດສະມາຊິກໃນຄອບຄົວຂອງຜູ້ລົງທະບຽນ ຫຼື ລູກໆທີ່ໄດ້ຮັບການລົງທະບຽນຂອງລາວ ມີສິດໄດ້ເງິນອຸດໜຸນ ເນື່ອງຈາກເສຍຊີວິດ ອັນເປັນຜົນມາຈາກ COVID-19 ໃນລາວ ສາມາດສະຫມັກຂໍເງິນອຸດໜຸນສູງເຖິງ 20.000.000 ກີບ ພາຍໃນໄລ ຍະທີ່ກຳນົດ
- ທຸກກໍລະນີທີ່ໄດ້ຮັບການຢັ້ງຢືນຈາກການວິນິດໄສ ເຊື້ອພະຍາດ COVID-19 ຕ້ອງໄດ້ຮັບຮອງຈາກບົດລາຍງານການແພດ ຫຼື ຜົນການທົດສອບຫ້ອງທົດລອງທີ່ໄດ້ຮັບການອະນຸມັດຈາກໂຮງໝໍພາຍໃຕ້ກະຊວງສາທາລະນະສຸກ. ການຮ້ອງຂໍທຶນອຸດໜຸນຂອງການເສຍຊີວິດເປັນຜົນມາຈາກ COVID-19ຕ້ອງໄດ້ຮັບການຢືນຢັນຈາກທ່ານໝໍທີ່ລົງທະບຽນ.
ໝາຍເຫດພິເສດ
- ພະນັກງານແຖວໜ້າ ຫຼື ພະນັກງານໂຮງໝໍມີສິດໄດ້ຮັບເງິນຊ່ວຍເຫຼືອເພີ່ມ50%ພາຍໃຕ້ກອງທຶນນີ້. ພະນັກງານລັດຖະກອນເຫຼົ່ານີ້ ແລະ ພະນັກງານອາສາສະໝັກໃນພາລະບົດບາດຕ່າງໆ (ລວມທັງທ່ານໝໍ, ພະຍາບານ, ພະນັກງານຫ້ອງທົດລອງ, ພະນັກງານອະນາໄມ ຫຼື ພະນັກງານບໍາລຸງຮັກສາ, ຜູ້ຝຶກອົບຮົມທາງຄລີນິກ, ແລະ ອາສາສະໝັກ) ຮັບໃຊ້ຂະແໜງສາທາລະນະສຸກ ແລະ ເອກະຊົນໃນປະເທດລາວ.
- ໄລຍະເວລາລໍຖ້າ ແມ່ນ 14 ວັນນັບແຕ່ວັນລົງທະບຽນ ແລະ ຜູ້ລົງທະບຽນທຸກຄົນສາມາດຢື່ນເອກະສານຮ້ອງຂໍເຄມເງິນອຸດໜຸນໄດ້.
ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌
ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ສາມາດເຂົ້າເຖິງໄດ້ ແລະ ສົ່ງເສີມ ທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 18 ລ້ານຄົນ ແລະ ຢູ່ໃນຕະຫຼາດຫຼັກຊັບ ຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S) ແລະ ນິວຢອກ (PUK).
ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.
https://www.prudentialplc.com/