Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ໄດ້ຈ່າຍເງິນອຸດໜຸນໃຫ້ແກ່ 4.600 ກວ່າຄົນເປັນຈຳນວນຫຼາຍກວ່າ 23 ຕື້ກີບ ຜ່ານທຶນອຸດໜຸນໂຄວິດ-19 ສະບາຍໃຈຫາຍຫ່ວງ

ທຶນອຸດໜຸນໂຄວິດ-19 ສະບາຍໃຈຫາຍຫວ່ງ ແມ່ນຖືກອອກແບບມາເພື່ອບັນເທົາທຸກໃຫ້ທັນເວລາແກ່ບຸກຄົນ, ຄອບຄົວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ.

ວຽງ​ຈັນ​, ລາວ, ວັນ​ທີ  21 ກໍ​ລະ​ກົດ 2022

 

 

ບໍລິສັດພຣູເດັນໂຊລ໌ ປະກັນໄພຊີວິດ ລາວຈຳກັດ (ພຣູເດັນໂຊລ໌ ລາວ)​ໄດ້​ຈ່າຍ​ເງິນ​ອຸດ​ໜຸນໃຫ້​ແກ່ 4.600 ກວ່າ​ຄົນ​ເປັນ​ຈຳ​ນວນຫຼາຍກວ່າ 23 ຕື້​ກີບຜ່ານ​ທຶນ​ອຸດ​ໜຸນໂຄວິດ-19  ​ທີ່​ໄດ້​ເປີດ​ໂຕ​ຄັ້ງ​ທຳ​ອິດໃນ​ວັນ​ທີ 26 ເມ​ສາ2021ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ການ​ປົກ​ປ້ອງ​ຂອງ​ປະ​ຊາຊົນ​ລາວ. ການ​ບັນ​ເທົາທຸກ​ຊ່ວງ​ການ​ແຜ່​ລະ​ບ​າດ​ພະ​ຍາດ​ນີ້​ໄດ້​ຖືກ​ສະ​ເໜີ​ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເງິນ​ເພື່ອ​ຊ່ວຍ​ປົກ​ປ້ອງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ລາວ​ໃນ​ລະ​ຫວ່າງການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ.

ປະ​ຊາ​ຊົນ​ລາວຫຼາຍກວ່າ 4.600 ຄົ​ນ ແລະ ​ສະ​ມາ​ຊິກຄອບ​ຄົວ​ຂອງ​ພວກ​ເຂົາ​ຜູ້​ທີ່​ໄດ້​ຮັບ​ການກວດ​ພົບ​ວ່າ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ພາຍ​ໃນ​​ຊຸມ​ຊົນ​ໃນ​ລາວ ຕັ້ງ​ແຕ່​ເດືອນ ເມ​ສາ 2021 ຫາ ເດືອນ​ເມ​ສາ 2022 ໄດ້​ຮັບ​ເງິນ​ອຸດ​ໜຸນທັນ​ເວ​ລ​າ​ນີ້. ພ​ຣູ​ເດັນ​ໂຊ​ລ໌ ລາວ​ ໄດ້​ຈ່າຍ​ຜົນ​ປະ​ໂຫຍດ​ແກ່​ການ​ເສຍ​ຊີ​ວິດ​ມູນ​ຄ່າ 100 ລ້ານ​ກີບ ແກ່​ຜູ້​ທີ່​ໄດ້​ຮັບ​ສິດ​ໄດ້​ຮັບ​ເງິນ​ອຸດ​ໜຸນ​ໃນ​ເດືອນ​ພຶດ​ສະ​ພາ 2022.

“ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄລ​ຍະ​ຍາວ​ນານ​ນີ້ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່

ຂອງ​ປະ​ຊາ​ຊົນ​ລ​າວ​ມີ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍັງ​ສ້​າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດ​ຖະ​ກິດ ແລະ ທຸ​ລະ​ກິດ​ໃນ​ລາວ​ໃນ​ທຸກ​ດ້ານ​ອີກ​ດ້ວຍ. ພວກ​ເຮົາ​ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ຊຸມ​ຊົນ​ລາວ ພວກ​ເຮົາ​ເຮັດ​ສຸດ​ຄວາມ​ສາ​ມາດ ເພື່ອ​ຢືນ​ຄຽງ​ຂ້າງ​ຊຸມ​ຊົນ​ຂອງ​ພວກ​ເຮົາ​ເພື່ອ​ບັນ​ເທົາ​ທຸກ ແລະ ຊ່​ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ແກ່​​ປະ​ຊ​າ​ຊົນ​​ລາວ​ໃນ​ຊ່ວງວິ​ກິດ​ນີ້.” ທ່ານ ວິວ​ສັນ ມາ ຜູ້​ຮັກ​ສາ​ການອຳ​ນວຍ​ການ​ໃຫຍ່ຂອງພ​ຣູ​ເດັນ​ໂຊ​ລ໌ ລາວ ແລະ ​ມຽນ​ມາ ​ໄດ້​ກ່າວ.



ຄຸນລັກສະນະໂດຍລວມທຶນ​ອຸດ​ໜຸນ​ໂຄວິດ-19 ຂອງ​ພ​ຣູ​ເດັນ​ໂຊ​ລ໌

ຜູ້​ທີ່​ມີ​ສິດ​ລົງ​ທະ​ບຽນ

  • ສຳລັບປະຊາຊົນລາວທີ່ອາໃສຢູ່ໃນປະເທດລາວທີ່ມີອາຍຸລະ​ຫວ່າງ 18-60 ປີ ສາ​ມາດ​ລົງ​ທະ​ບຽນໃຫ້​ແກ່​ຕົນ​ເອງ​ ແລະ ເດັກ​ອາ​ຍຸ​ຕ່ຳ​ກວ່າ 18 ປີ​ສູງ​ສຸດ​ໄດ້ 3 ຄົນ.

 

ເງິນ​ທຶນສະ​ໜັບ​ສະ​ໜຸນ

  • ຜູ້ທີ່ລົງທະບຽນ ຫຼື ລູກໆທີ່ໄດ້ຮັບການລົງທະບຽນມີສິດໄດ້ຮັບເງິນ​ອຸດ​ໜຸນ ເມື່ອຖືກກວດພົບເຊື້ອ ພະຍາດ COVID-19 ໃນລາວ ສາມາດສະ​ໝັກຂໍເງິນອຸດ​ໜຸນ​ໄດ້​ 5.000.000 ກີບ ຕັ້ງ​ແຕ່​ເດືອນ​ເມ​ສາ 2021 ຫາ ເດືອນ​ເມ​ສາ 2022 ໄດ້ພາຍໃນໄລຍະເວລາທີ່ກຳ​ນົດສະມາຊິກໃນຄອບຄົວຂອງຜູ້ລົງທະບຽນ ຫຼື ລູກໆທີ່ໄດ້ຮັບການລົງທະບຽນຂອງລາວ ມີສິດໄດ້ເງິນ​ອຸດ​ໜຸນ ​ເນື່ອງ​ຈາກເສຍຊີວິດ ອັນເປັນຜົນມາຈາກ COVID-19 ໃນລ​າວ ສາມາດສະຫມັກຂໍ​ເງິນ​ອຸດ​ໜຸນສູງເຖິງ 20.000.000 ກີບ ພາຍໃນໄລ ຍະທີ່ກຳ​ນົດ

 

 

  • ທຸກກໍລະນີທີ່ໄດ້ຮັບການຢັ້ງຢືນຈາກການວິນິດໄສ ເຊື້ອ​ພະ​ຍາດ COVID-19 ຕ້ອງໄດ້ຮັບ​ຮອງຈາກບົດລາຍງານການແພດ ຫຼື ຜົນການທົດສອບຫ້ອງທົດລອງທີ່ໄດ້ຮັບການອະນຸມັດຈາກໂຮງໝໍພາຍໃຕ້ກະຊວງສາທາ​ລະນະສຸກ. ການຮ້ອງ​ຂໍ​ທຶນ​ອຸດ​ໜຸນ​ຂອງການເສຍຊີວິດເປັນຜົນມາຈາກ COVID-19ຕ້ອງໄດ້ຮັບການຢືນຢັນຈາກທ່ານໝໍທີ່ລົງທະບຽນ.

 

ໝາຍ​ເຫດ​ພິ​ເສດ

  • ພະ​ນັກ​ງານ​ແຖວ​ໜ້າ ຫຼື ພະນັກງານໂຮງ​ໝໍມີສິດໄດ້ຮັບເງິນຊ່ວຍເຫຼືອເພີ່ມ50%ພາຍໃຕ້ກອງທຶນ​ນີ້. ພະນັກງານ​ລັດ​ຖະ​ກອນເຫຼົ່າ​ນີ້ ແລະ ພະນັກງານອາສາສະໝັກໃນພາລະບົດບາດຕ່າງໆ (ລວມທັງທ່ານໝໍ, ພະຍາບານ, ພະນັກງານຫ້ອງທົດລອງ, ພະນັກງານອະນາໄມ ຫຼື ພະນັກງານບໍາລຸງຮັກສາ, ຜູ້ຝຶກອົບຮົມທາງຄລີນິກ, ແລະ ອາສາສະ​ໝັກ) ຮັບໃຊ້ຂະແໜງສາທາລະນະສຸກ ແລະ ເອກະຊົນໃນປະ​ເທດ​ລາວ.

 

  • ໄລຍະເວລາລໍຖ້າ ແມ່ນ 14 ວັນນັບແຕ່ວັນລົງທະບຽນ ແລະ ຜູ້​ລົງ​ທະ​ບຽນ​ທຸກ​ຄົນ​ສາ​ມາດ​ຢື່ນ​ເອ​ກະ​ສານ​ຮ້ອງ​ຂໍ​ເຄມ​ເງິນ​ອຸດ​ໜຸນ​ໄດ້.

 

 

ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ສາມາດເຂົ້າເຖິງໄດ້ ແລະ ສົ່ງເສີມ ທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 18 ລ້ານຄົນ ແລະ ຢູ່ໃນຕະຫຼາດຫຼັກຊັບ ຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S) ແລະ ນິວຢອກ (PUK).

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.

https://www.prudentialplc.com/