ພຣູເດັນໂຊລ໌ ລາວ ທະນາຄານການຄ້າ ມະຫາຊົນຮ່ວມມືກັນໃນການຈຳໜ່າຍຜະລິດຕະພັນປະກັນຊີວິດຜ່ານແອັບພລິເຄຊັນຂອງທະນາຄານ
ນະຄອນຫຼວງວຽງຈັນ, ວັນທີ 15 ມິຖູນາ 2023
ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ປະກາດ ການເປັນຄູ່ຮ່ວມທູລິກິດຢ່າງເປັນທາງການກັບ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (“ທະນາຄານການຄ້າ”) ພ້ອມກັບການເປີດຕົວຜະລິດຕະພັນປະກັນຊີວິດ ທີ່ອີງໃສ່ການປົກປ້ອງຕ່າງໆ ຜ່ານ ທາງແອັບພລິເຄຊັນ BCEL One ຂອງທະຄານການຄ້າ. ເປັນຄັ້ງທຳອິດ, ທີ່ມີຜະລິດຕະພັນປະກັນຊີວິດ ໃນຮູບແບບດິຈິຕອນ ທີ່ສາມາດເຂົ້າເຖິງໄດ້ຜ່ານແອັບທະນາຄານເພື່ອປະຊາຊົນໃນລາວ.
ທະນາຄານການຄ້າເເມ່ນທະນາຄານຊັ້ນນຳທີ່ມີຖານລູກຄ້າໃຫຍ່ທີ່ສຸດເຊີ່ງມີຫຼາຍກວ່າ 2.2 ລ້ານຄົນ. ແອັບພລິເຄຊັນ BCEL One ຂອງທະນາຄານການຄ້າເປັນແອັບພລິເຄຊັນທີ່ມີຜູ້ໃຊ້ງານຫຼາຍກວ່າ 1.2 ລ້ານຄົນ.
ພຣູເດັນໂຊລ໌ ເເມ່ນບໍລິສັດປະກັນໄພທີ່ມີຊື່ສຽງໃນອາຊີ ແລະ ອາຟລິກາ. ປີນີ້ ແມ່ນປີທີ່ ພຣູເດັນໂຊລ໌ ມີການສະເຫຼີມສະຫຼອງຄົບຮອບ 175 ປີ ແລະ ປີທີ100 ໃນອາຊີ. ຢູ່ໃນຕຳແໜ່ງທີ່ເຂັ້ມແຂງ ເຊີ່ງໜຶ່ງໃນປັດໃຈສ້າງຄວາມເຂັ້ມແຂງນັ້ນແມ່ນການມີຊ່ອງທາງຈັດຈຳໜ່າຍທີ່ຫຼາກຫຼາຍ ພວກເຮົາມີ ຕົວແທນທີ່ມີການ ເຄື່ອນໄຫວຫຼາຍກວ່າ 100,000 ຄົນ ແລະ ທະນາຄານຄູ່ຮ່ວມທຸລະກິດຫຼາຍກວ່າ 190 ທະນາຄານ.
ທ່ານ ໂຊມາສ ອາຕິນ, ຜູ້ອຳນວຍການໃຫຍ່ດ້ານຍຸດທະສາດທູລະກິດ ຂອງກູ່ມບໍລິສັດ ພຣູເດັນໂຊລ໌ ອາຊີ ໄດ້ກ່າວວ່າ: “ພຣຼເດັນໂຊລ໌ ປະຫວັດອັນຍາວນານໃນການສົ່ງມອບຄຸນຄ່າ ຄຽງຄູ່ກັບຄູ່ຮ່ວມທຸລະກິດຂອງພວກເຮົາ, ໂດຍຜ່ານຄວາມສາມາດໃນການພັດທະນາຜະລິດຕະພັນຂອງພວກເຮົາ ແລະ ການບໍລິການທີ່ຍຶດຖືເອົາລູກຄ້າເປັນຫຼັກ. ຂະແໜງປະກັນໄພຂອງລາວມີການຂະຫຍາຍຕົວດີ ແລະ ເຄືອຂ່າຍການຈັດຈຳໜ່າຍທີ່ເຊື່ອຖືໄດ້ທີ່ເຂົ້າເຖິງລູກຄ້າໄດ້ນັ້ນແມ່ນມີຄວາມສຳຄັນຕໍ່ການພັດທະນາຂະແໜງການປະກັນໄພ”
“ລູກຄ້າແມ່ນຫົວໃຈຂອງທຸກສິ່ງທີ່ພວກເຮົາໄດ້ເຮັດ. ພວກເຮົາບໍ່ໄດ້ມຸ່ງສະເພາະການສ້າງຜະລິດຕະພັນຂອງພວກເຮົາແຕ່ລວມເຖີງວິທີການການຈັດຈຳໜ່າຍຜະລິດຕະພັນເຫຼົ່ານັ້ນໃຫ້ກັບລູກຄ້າ. ພວກເຮົາມີຄວາມພູມໃຈທີ່ໄດ້ເລີ່ມການເດີນທາງທີ່ໜ້າຕື່ນເຕັ້ນນີ້ໄປກັບທະນາຄານການຄ້າ”
ທ່ານມານິດ ເກີບູຊານີ, ຜູ້ອຳນວຍການໃຫຍ່ ພຣູເດັນໂຊລ໌ ລາວ ກ່າວວ່າ: “ລູກຄ້າຂອງທະນາຄານການຄ້າສາມາດຊື້ຜະລິດຕະພັນປະກັນຊີວິດ ທີ່ເປັນດິຈິຕອນ ຜ່ານແອັບພລິເຄຊັນຂອງ ທີ່ພວກເຂົານຳໃຊ້ຢູ່ໄດ້ຢ່າງງ່າຍດາຍ, ການຮ່ວມືນີ້ຈະຊ່ວຍໃຫ້ພວກເຮົາເຂົ້າເຖິງຜູ້ຄົນພາຍໃນປະເທດໄດ້ຫຼາຍຂຶ້ນ. ພວກເຮົາມີຄວາມຫວັງທີ່ຈະສ້າງສາຍສຳພັນທີ່ແໜ້ນແຟ້ນກັບທະນຄານການຄ້າ ທີ່ນອກເໜືອຈາກການຮ່ວມືທາງດ້ານດິຈິຕອນ, ທີ່ມີເປົ້າໝາຍທີ່ຊັດເຈນ ທີ່ຈະສະໜອງຜະລິດຕະພັນທີ່ເປັນການປົກປ້ອງ, ໄດ້ຮັບເງິນຄືນເມື່ອຄົບສັນຍາ ແລະ ການລົງທຶນ ເຕັມຮູບແບບໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າອີງຕາມການເຕີບໂຕຂອງຂອງປະຊາຊົນລາວ.
ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຜູ້ອຳນວຍການ ທະນາຄານການຄ້າ ໄດ້ກ່າວວ່າ: “ການຮ່ວມມືທາງດິຈິຕອນນີ້ ລູກຄ້າຂອງພວກເຮົາສາມາດເຮັດທຸລະກຳໃນການຊື້ຜະລິດຕະພັນປະກັນໄພທັງໝົດເລີ່ມຈາກການເລືອກຜະລິດຕະພັນ, ການຂາຍ ແລະ ການຊໍາລະເງິນດ້ວຍວີທີທີ່ງ່າຍດາຍ ແລະ ສະດວກ. ເຊີ່ງມັນສອດຄ່ອງກັບຈຸດປະສົງຂອງທັງສອງຝ່າຍທີ່ ຈະສ້າງຊຸມຊົນທາງດ້ານການເງິນທີ່ມີຄວາມປອດໄພ”.
ກ່ຽວກັບ ພຣູເດັນໂຊລ໌ ລາວ
ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ໄດ້ຮັບເງິນຄືນເມື່ອຄົບສັນຍາຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌
ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນ 23 ປະເທດໃນຂົງເຂດອາຊີ ແລະ ອາຟຣິກາ (31 ທັນວາ 2022). ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ເປັນທີ່ສາມາດເຂົ້າເຖິງໄດ້ ໂດຍການສົ່ງເສີມ ການບໍລິການທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ຖືກຈັດຢູ່ໃນຕະຫຼາດຫຼັກຊັບ ຮົງກົງ (2378), ແລະ ຕະຫຼາດຫຼັກຊັບຂອງ ລອນດອນ (PRU). ນອກຈາກຍັງຢູ່ໃນລາຍຊື່ສຳຮອງໃນຕະຫຼາດຫຼັກຊັບສິງກະໂປ (K6S) ແລະ ລາຍຊື່ຢູ່ໃນຕະຫຼາດຫຼັກຊັບຂອງລັດ ນີວຢອກ (PUK) ໃນຮູບການຝາກເງິນໃນສະຫະລັດອາເມລິກາ ແລະ ຍັງເປັນສ່ວນປະກອບຮຸ້ນດັດຊະນີHang Seng ເເລະ ຍັງລວມຢູ່ໃນການຊື້ຂາຍໃນໂປຣເເກຣມ Shenzhen-Hong Kong Stock Connect.
ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ. ລາຍລະອຽດເພີ່ມຕື່ມໄດ້ທີ່: https://www.prudentialplc.com/