Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ທະນາຄານການຄ້າ ມະຫາຊົນຮ່ວມມືກັນໃນການຈຳໜ່າຍຜະລິດຕະພັນປະກັນຊີວິດຜ່ານແອັບພລິເຄຊັນຂອງທະນາຄານ

ນະຄອນຫຼວງວຽງຈັນ, ວັນທີ 15 ມິຖູນາ 2023

 

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ປະກາດ ການເປັນຄູ່ຮ່ວມທູລິກິດຢ່າງເປັນທາງການກັບ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (“ທະນາຄານການຄ້າ”) ພ້ອມ​ກັບ​ການ​ເປີດ​ຕົວຜະ​ລິດ​ຕະ​ພັນ​ປ​ະ​ກັນຊີ​ວິດ ທີ່ອີງ​ໃສ່​ການ​ປົກ​ປ້ອງຕ່າງໆ​ ຜ່ານ ທາງ​ແອັບ​ພ​ລິ​ເຄ​ຊັນ​ BCEL One ຂອງ​ທະ​ຄານ​ການ​ຄ້າ. ເປັນຄັ້ງທຳອິດ, ທີ່ມີຜະລິດຕະພັນປະກັນຊີວິດ ໃນຮູບ​ແບບດິຈິຕອນ ທີ່​ສາ​ມາດເຂົ້າ​ເຖິງ​ໄດ້ຜ່ານແອັບທະນາຄານເພື່ອປະຊາຊົນໃນລາວ.

ທະນາຄານການຄ້າເເມ່ນທະນາຄານຊັ້ນ​ນຳ​ທີ່ມີ​ຖານ​ລູກ​ຄ້າ​ໃຫຍ່​ທີ່​ສຸດ​ເຊີ່ງມີຫຼາຍກວ່າ 2.2 ລ້ານ​ຄົ​ນ. ແອັບ​ພ​ລິ​ເຄ​ຊັນ BCEL One ຂອງ​ທະ​ນາ​ຄານ​ການ​ຄ້າເປັນ​ແອັບ​ພ​ລິ​ເຄ​ຊັນທີ່ມີ​ຜູ້​ໃຊ້ງານຫຼາຍ​ກວ່າ 1.2 ລ້ານ​ຄົນ.

ພ​ຣູ​ເດັນ​ໂຊ​ລ​໌ ເເມ່ນບໍລິສັດປະ​ກັນ​ໄພ​ທີ່​ມີ​ຊື່​ສຽງໃນ​ອາ​ຊີ ແລະ ອາ​ຟ​ລິ​ກາ. ປີ​ນີ້ ແມ່ນ​ປີ​ທີ່ ພ​ຣູ​ເດັນ​ໂຊ​ລ໌ ມີ​ການ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອບ 175 ປີ ແລະ ປີ​ທີ100 ໃນ​ອາ​ຊີ. ຢູ່​ໃນຕຳ​ແໜ່ງ​ທີ່​ເຂັ້ມ​ແຂງ ເຊີ່ງ​ໜຶ່ງ​ໃນປັດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ນັ້ນແມ່ນ​ການ​ມີ​ຊ່ອງ​ທາງ​ຈັດ​ຈຳ​ໜ່າຍທີ່ຫຼາກຫຼາຍ ພວກ​ເຮົາ​ມີ ຕົວແທນທີ່ມີການ ເຄື່ອນໄຫວຫຼາຍ​ກວ່າ 100,000 ຄົນ ແລະ ​ທະ​ນາ​ຄານຄູ່​ຮ່ວມ​ທຸ​ລະ​ກິດຫຼາຍກວ່າ 190 ທະ​ນາ​ຄານ.

ທ່ານ ໂຊມາສ ອາຕິນ, ຜູ້ອຳນວຍການໃຫຍ່ດ້ານຍຸດທະສາດທູລະກິດ ຂອງກູ່ມບໍລິສັດ ພຣູເດັນໂຊລ໌ ອາ​ຊີ ໄດ້ກ່າວວ່າ:​ “ພ​ຣຼ​ເດັນ​ໂຊ​ລ໌ ປະ​ຫວັດ​ອັນ​ຍາວ​ນານ​ໃນ​ການສົ່ງ​ມອບ​ຄຸນ​ຄ່າ ຄຽງຄູ່ກັບຄູ່ຮ່ວມ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ, ໂດຍຜ່ານຄວາມສາມາດໃນການພັດທະນາຜະລິດຕະພັນຂອງພວກເຮົາ ແລະ ກ​ານ​ບໍ​ລິ​ການ​ທີ່​ຍຶດ​ຖືເອົາ​ລູກ​ຄ້າ​ເປັນ​ຫຼັກ. ຂະແໜງປະກັນໄພຂອງລາວມີການຂະຫຍາຍຕົວດີ ແລະ ເຄືອຂ່າຍການຈັດ​ຈຳ​ໜ່າຍທີ່ເຊື່ອຖືໄດ້ທີ່ເຂົ້າເຖິງລູກຄ້າໄດ້​ນັ້ນແມ່ນມີຄວາມສຳຄັນຕໍ່ການພັດທະນາຂະ​ແໜງ​ການ​ປະ​ກັນ​ໄພ”

“ລູກ​ຄ້າ​ແມ່ນ​ຫົວ​ໃຈ​ຂອງ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ. ພ​ວກ​ເຮົາ​ບໍ່​ໄດ້​ມຸ່ງ​ສ​ະ​ເພາະ​ການ​ສ້າງ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ເຮົາແຕ່​ລວມ​ເຖີງວິ​ທີ​ການ​ການ​ຈັດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນັ້ນໃຫ້​ກັບ​ລູກ​ຄ້າ. ພວກ​ເຮົາ​ມີ​ຄວາມ​ພູມ​ໃຈ​ທີ່​ໄດ້​ເລີ່ມ​ການ​ເດີນ​ທາງ​ທີ່​ໜ້າ​ຕື່ນ​ເຕັ້ນ​ນີ້​ໄປ​ກັບ​ທະ​ນາ​ຄານ​ການ​ຄ້າ”

ທ່ານມານິດ ເກີບູຊານີ, ຜູ້ອຳນວຍການໃຫຍ່ ພຣູເດັນໂຊລ໌ ລາວ ກ່າວວ່າ: “ລູກ​ຄ້າ​ຂອງ​ທະ​ນາ​ຄານ​ການ​ຄ້າ​ສາ​ມາດ​ຊື້​ຜະ​ລິດ​ຕະ​ພັນ​ປະ​ກັ​ນ​ຊີ​ວິດ ທີ່​ເປັນ​ດິ​ຈິ​ຕອນ ຜ່ານ​ແອັບ​ພ​ລິ​ເຄ​ຊັນ​ຂອງ ທີ່​ພວກ​ເຂົາ​ນຳ​​ໃ​ຊ້​ຢູ່​ໄດ້​ຢ່າງ​ງ່າຍ​ດາຍ, ການ​ຮ່ວ​ມື​ນີ້​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ເຖິງ​ຜູ້​ຄົນ​ພາຍ​ໃນ​ປະ​ເທດ​ໄດ້ຫຼາຍ​ຂຶ້ນ. ພວກ​ເຮົາ​ມີ​ຄວາມຫວັງທີ່​ຈະ​ສ້າງສາຍ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບທະ​ນ​ຄານ​ການ​ຄ້າ ທີ່ນອກ​ເໜືອ​ຈາກ​ການ​ຮ່ວ​ມື​ທາງ​ດ້ານ​ດິ​ຈິ​ຕອນ, ທີ່​ມີ​ເປົ້າ​ໝາຍ​ທີ່​ຊັດ​ເຈນ ທີ່​ຈະ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ການ​ປົກ​ປ້ອງ, ໄດ້​ຮັບ​ເງິນ​ຄືນ​ເມື່ອ​ຄົບ​ສັນ​ຍາ​ ແລະ ການ​ລົງ​ທຶນ ເຕັມ​ຮູບ​ແບບ​ໃຫ້ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າອີງ​ຕາມ​ການ​ເຕີບ​ໂຕ​ຂອງ​ຂອງ​ປະ​ຊາ​ຊົນ​ລາວ.

ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຜູ້ອຳນວຍການ ທະນາຄານການຄ້າ ໄດ້ກ່າວວ່າ: “ການ​ຮ່ວມ​ມື​ທາງ​ດິ​ຈິ​ຕອນນ​ີ້ ລູກ​ຄ້າ​ຂອງ​ພວກ​ເຮົາ​ສາມາດ​ເຮັດ​ທຸ​ລະ​ກຳ​ໃນ​ການ​ຊື້​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພທັງ​ໝົດ​ເລີ່​ມ​ຈາກ​ການ​ເລື​ອກຜະ​ລິດ​ຕະ​ພັນ, ການ​ຂາຍ ແລະ ການ​ຊໍ​າລະ​ເງິນດ້ວຍ​ວີ​ທີ​ທີ່​ງ່າຍ​ດາຍ ແລະ ສະ​ດວກ. ເຊີ່ງ​ມັນ​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ທັງ​ສອງ​ຝ່າຍທີ່ ຈະ​ສ້າງ​ຊຸມ​ຊົ​ນ​ທາງ​ດ້ານ​ການ​ເງິນ​ທີ່​ມີ​ຄວາມ​ປອດ​ໄພ”.

ກ່ຽວກັບ ພຣູເດັນໂຊລ໌​ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ໄດ້​ຮັບ​ເງິນ​ຄືນ​ເມື່ອ​ຄົບ​ສັນ​ຍາຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

 ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນ 23 ປະເທດໃນຂົງເຂດອາຊີ ແລະ ອາຟຣິກາ (31 ທັນວາ 2022). ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ເປັນທີ່ສາມາດເຂົ້າເຖິງໄດ້ ໂດຍການສົ່ງເສີມ ການບໍລິການທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ຖືກຈັດຢູ່ໃນຕະຫຼາດຫຼັກຊັບ ຮົງກົງ (2378), ແລະ ຕະຫຼາດຫຼັກຊັບຂອງ ລອນດອນ  (PRU).  ນອກຈາກຍັງຢູ່ໃນລາຍຊື່ສຳຮອງໃນຕະຫຼາດຫຼັກຊັບສິງກະໂປ (K6S) ແລະ ລາຍຊື່ຢູ່ໃນຕະຫຼາດຫຼັກຊັບຂອງລັດ ນີວຢອກ (PUK) ໃນຮູບການຝາກເງິນໃນສະຫະລັດອາເມລິກາ ແລະ ຍັງເປັນສ່ວນປະກອບຮຸ້ນດັດຊະນີHang Seng ເເລະ ຍັງລວມຢູ່ໃນການຊື້ຂາຍໃນໂປຣເເກຣມ Shenzhen-Hong Kong Stock Connect.

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ. ລາຍລະອຽດເພີ່ມຕື່ມໄດ້ທີ່: https://www.prudentialplc.com/