ຜູ້ອຳນວຍການໃຫຍ່ ພຣູເດັນໂຊລ໌ ກຳປູເຈຍ ເຂົ້າຢ້ຽມຢາມກົມປະກັນໄພ, ກະຊວງການເງິນ
ນະຄອນຫຼວງວຽງຈັນ, 12 ກໍລະກົດ 2024
ທ່ານ ໂຕລາ ພອນລູ, ຜູ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ກຳປູເຈຍ) ມະຫາຊົນ ພ້ອມກັບ ທ່ານ ມານິສ ເກີບູຊານີ, ຜູ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ (ລາວ) ປະກັນໄພຊີວິດ ຈຳກັດ (“ພຣູເດັນໂຊລ໌ ລາວ”), ເຂົ້າຢ້ຽມຢາມ ທ່ານ ໄພທູນ ທ່ຽງລະໄມ, ຜູ້ວ່າການ ຫົວຫົວໜ້າກົມ ປະຕິຮູບລັດວິສາຫະກິດ ເເລະ ການປະກັນໄພ (“ກົມ ປລປ”), ກະຊວງການເງິນ ເພື່ອສະເເດງຄວາມສະໜັບສະໜູນໃນການຮ່ວມມືທີ່ມີມາຢ່າງຕໍ່ເນື່ອງລະຫວ່າງ ກົມ ປລປ ເເລະ ພຣູເດັນໂຊລ໌ ລາວ ເພື່ອພັດທະນາການບໍລິການທາງດ້ານການເງິນ ເເລະ ການຄຸ້ມຄອງໃນປະເທດລາວ.
ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ຍັງເປັນເສີມສ້າງຄວາມມຸ່ງໝັ້ນ ໃນການສະໜອງການປົກປ້ອງດ້ານການເງິນ ໃຫ້ແກ່ປະຊາຊົນລາວ ດ້ວຍການເຮັດໃຫ້ຜະລິດຕະພັນປະກັນຊີວິດເປັນທີ່ເຂົ້າເຖິງໄດ້ຫຼາຍຂຶ້ນ ແລະ ມີລາຄາທີ່ທຸກຄົນສາມາດຊື້ໄດ້ ໂດຍສະເພາະ ປະຊາກອນທີ່ມີຄວາມສ່ຽງ ໃນເຂດຊົນນະບົດ. ການສົນທະນາດັ່ງກ່າວຍັງໄດ້ການໃຫ້ບຸລິມະສິດໃນການປູກຈິດສໍານຶກດ້ານການປະກັນຊີວິດໃນຊຸມຊົນລາວໂດຍຜ່ານການຈັດຕັ້ງປະຕິບັດກິດຈະກໍາ, ການສໍາມະນາ, ແລະ ການຝຶກອົບຮົມ. ເຊິ່ງໃນປະຈຸບັນ, ພຣູເດັນໂຊລ໌ ລາວ ກໍ່ໄດ້ເຮັດວຽກຮ່ວມກັບອົງການສາກົນເພື່ອຈັດງານສຳມະນາໃຫ້ຄວາມຮູ້ທີ່່ ມະຫາວິທະຍາໄລເເຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງດ້ານການເງິນໃຫ້ເເກ່ນັກສຶກສາ ເເລະ ໄດ້ຈັດກິດຈະກຳສະໜອງຂໍ້ມູນກ່ຽວກັບການວາງເເຜນທາງດ້ານການເງິນໃຫ້ກັບພະນັກງານຢູ່ບັນດາສຳນັກງານຫ້ອງການ ເເລະ ກະຊວງຕ່າງໆຢູ່ນະຄອນຫຼວງວຽງຈັນ.
ທ່ານໂຕລາ ໄດ້ກ່າວວ່າ: “ຂ້າພະເຈົ້າ ຮູ້ສຶກເປັນກຽດຫຼາຍທີ່ໄດ້ພົບປະກັບ ທ່ານຫົວໜ້າກົມປະກັນໄພ. ຄໍາໝັ້ນສັນຍາຂອງພວກເຮົາແມ່ນເພື່ອ ສ້າງຄວາມໝັ້ນໃຈໃຫ້ເເກ່ຄອບຄົວຂອງຄົນລາວໂດຍການສະຫນອງຜະລິດຕະພັນທາງດ້ານການເງິນ ແລະ ການເປັນຢູ່ທີ່ດີທີ່ເໝາະສົມກັບຄົນທີ່ເຂົາຮັກ ເເລະ ເພີ່ມທະວີການເຂົ້າເຖິງບໍລິການທາງນີ້ໃນຂອບເຂດທົ່ວປະເທດ. ດ້ວຍການສະໜັບສະຫນູນຈາກໜ່ວຍງານຄຸ້ມຄອງ ແລະ ຜູ້ຊ່ຽວຊານໃນອຸດສາຫະກໍາຂອງພວກເຮົາ, ພວກເຮົາຕ້ອງມີຄວາມຕ້ອງການສະໜອງຜະລິດຕະພັນທີ່ມີລຸກຄ້າເປັນໃຈກາງ, ແລະ ນໍາເອົາຜະລິດຕະພັນທີ່ມີນະວັດຕະກໍາມາສູ່ປະຊາຊົນ."
ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌ ລາວ
ພຣູເດັນໂຊລ໌ ຈຳກັດ ມະຫາຊົນ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ໄດ້ຮັບເງິນຄືນເມື່ອຄົບສັນຍາຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທີ່ມີສາຂາທົ່ວປະເທດ ເເລະ ຜ່ານລະບົບຂາຍຕົງອີກດ້ວຍ.
ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌ (ກຳປູເຈຍ) ປະກັນໄພຊີວິດ ມະຫາຊົນ
ນັບຕັ້ງແຕ່ການສ້າງຕັ້ງໃນປີ 2013, ພຣູເດັນໂຊລ໌ ກໍາປູເຈຍ ໄດ້ກາຍເປັນໜຶ່ງໃນບໍລິສັດປະກັນໄພຊີວິດທີ່ໃຫຍ່ທີ່ສຸດໃນປະເທດໃນການສະໜອງບໍລິການທີ່ທາງດ້ານການເງິນທີ່ປັບແຕ່ງໄດ້ໃຫ້ແກ່ລູກຄ້າຫຼາຍກວ່າ 450,000 ຄົນ.
ພຣູເດັນໂຊລ໌ ກໍາປູເຈຍ ເປັນບໍລິສັດໃນເຄືອຂອງ ພຣູເດັນໂຊລ໌ ຈຳກັດ ມະຫາຊົນ. ພຣູເດັນໂຊລ໌ ຈຳກັດ ມະຫາຊົນ ໃຫ້ບໍລິການດ້ານປະກັນໄພຊີວິດ ແລະ ສຸຂະພາບ ແລະການຄຸ້ມຄອງຊັບສິນໃນ 24 ຕະຫຼາດທົ່ວອາຊີ ແລະ ອາຟຣິກາ. ພາລະກິດຂອງ ພຣູເດັນໂຊລ໌ ແມ່ນເພື່ອເປັນຄູ່ຮ່ວມງານທີ່ເປັນໜ້າເຊື່ອຖື ແລະ ເປັນຜູ້ໃຫ້ການປົກປ້ອງສໍາລັບຄົນລຸ້ນນີ້ ແລະ ຄົນລຸ້ນຕໍ່ໆໄປ, ໂດຍການສະໜອງບໍລິການທາງດ້ານການເງິນ ແລະ ສຸຂະພາບທີ່ງ່າຍດາຍ ແລະ ສາມາດເຂົ້າເຖິງໄດ້.
ທຸລະກິດຂອງພູເດັນໂຊລ໌ ໄດ້ຈົດທະບຽນຫຼັກຊັບໃນລາຍຊື່ຫຼັກ ໃນຕະຫຼາດຫຼັກຊັບຮົງກົງໃນຊື່ (2378) ແລະ ຕະຫຼາດຫຼັກຊັບລອນດອນ ໃນຊື່ (PRU) ແລະ ຍັງໄດ້ການມີຈົດທະບຽນສຳຮອງຢູ່ໃນຕະຫຼາດຫຼັກຊັບສິງກະໂປໃນຊື່ (K6S) ແລະ ລາຍຊື່ຢູ່ໃນຕະຫຼາດຫຼັກຊັບນິວຢອກໃນຊື່ (PUK) ໃນຮູບແບບຂອງAmerican Depositary Receipts. ເປັນອົງປະກອບຂອງດັດຊະນີ Hang Seng Composite ແລະ ລວມທັງການການຊື້ຂາຍຫຼັກຊັບ Shenzhen-Hong Kong Stock Connect ແລະ ໂຄງການ Shanghai-Hong Kong Stock Connect. Prudential ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆກັບ Prudential Financial, Inc. ບໍລິສັດທີ່ມີສະຖານທີ່ທຸລະກິດຕົ້ນຕໍຢູ່ໃນສະຫະລັດອາເມຣິກາ, ຫຼື ກັບ The Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ບໍລິສັດທີ່ຕັ້ງຢູ່ໃນສະຫະລາຊະອານາຈັກ.