ພຣູເດັນໂຊລ໌ ລາວ ຄູ່ຮ່ວມທຸລະກິດກັບ ທະນາຄານ ລາວ-ຝຣັ່ງ
ທະນາຄານ ລາວ - ຝຣັ່ງ ແລະ ພຣູເດັນໂຊລ໌ ລາວ ໄດ້ເປີດໂຕການເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານ ເພື່ອໃຫ້ມີການເຂົ້າເຖິງ ຜະລິດຕະພັນປະກັນໄພຊີວິດ ໄດ້ຫຼາຍຂຶ້ນໃນລາວ.
ທະນາຄານ ລາວ - ຝຣັ່ງ ເເລະ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌) ໄດ້ເຊັນສັນຍາ ເປັນຄູ່ຮ່ວມທຸລະກິດໃນນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວ ເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ເເກ່ບັນດາລູກຄ້າຜ່ານເຄືອຂ່າຍຂອງທະນາຄານ ລາວ-ຝຣັ່ງ ລວມມີ ສາຂາ ຫຼວງພະບາງ,ວັງວຽງ, ວຽງຈັນ, ສະຫວັນນະເຂດ, ເເລະ ປາກເຊ.
ຂໍ້ຕົກລົງນີ້ມີຜົນສັກສິດຕັ້ງເເຕ່ວັນທີ 18 ກຸມພາ 2020 ເຊິ່ງ ພຣູເດັນໂຊລ໌ ລາວ ຈະເປັນໜຶ່ງໃນຜູ້ຈັດຈຳໜ່າຍຜະລິດຕະພັນປະກັນໄພຊີວິດໃຫ້ກັບລູກຄ້າຂອງ ທະນາຄານ ລາວ- ຝຣັ່ງ ພ້ອມດ້ວຍເປົ້າໝາຍທີ່ຈະເພີ່ມຄວາມສາມາດໃນການຈຳໜ່າຍປະກັນໄພຊີວິດຂອງ ທະນາຄານ ລາວ - ຝຣັ່ງ ຢ່າງເຂັ້ມແຂງ ແລະ ທີ່ສຳຄັນກໍ່ແມ່ນເພື່ອເສີມຂະຫຍາຍສາຂາຂອງ ພຣູເດັນໂຊລ໌ ໃຫ້ເຂົ້າເຖິງຕະຫຼາດໄດ້ງ່າຍຂຶ້ນ.
ທ່ານ ອາໂນດ ເກົາລີເຢ, ຜູ້ອຳນວຍການ ທະນາຄານລາວ-ຝຣັ່ງ ໄດ້ກ່າວວ່າ: “ການຮ່ວມມືໃນຄັ້ງນີ້ໄດ້ສະເເດງໃຫ້ເຫັນເຖິງການຮ່ວມມືກັນຂອງສອງສະຖາບັນການເງິນຊັ້ນນຳຂອງລາວ ເຊິ່ງລວມມີ ສາຂາກຸ່ມທະນາຄານ BRED International ພ້ອມກັບພຣູເດັນໂຊລ໌ ຜູ້ທີ່ມີ່ຄວາມຊ່ຽວຊານດ້ານປະກັນໄພ ແລະ ການບໍລິຫານເລື່ອງການເງິນ ເຊິ່ງເປັນຜູ້ນຳຕະຫຼາດສາກົນທີ່ມີຄຳໝັ້ນສັນຍາໄລຍະຍາວໃຫ້ກັບຕະຫຼາດອາຊີ. ພາຍໃຕ້ການຄວາມຮ່ວມມືໃນຄັ້ງນີ້, ພວກເຮົາຈະເຮັດວຽກຮ່ວມມືກັບພຣູເດັນໂຊລ໌ ລາວ ເພື່ອສືບຕໍ່ພັດທະນາ ການບໍລິຫານການເງິນເພື່ອຮັບຮອງເອົາຖານລູກຄ້າທີ່ກຳລັງເຕີບໂຕຢ່າງວ່ອງໄວໃນປະເທດລາວ ແລະ ຈະຊ່ວຍເຕີມເຕັມຄວາມຝັນ ພ້ອມກັບ ຄວາມໝັ້ນຄົງໄລຍະຍາວອີກດ້ວຍ”
ການເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານໃນຄັ້ງນີ້, ລູກຄ້າຂອງ ທະນາຄານ ລາວ - ຝຣັ່ງ ບໍ່ວ່າຈະເປັນລູກຄ້າທົ່ວໄປ, ລູກຄ້າທີ່ມີທຸລະກິດຂະໜາດໃຫຍ່ ເເລະ ນ້ອຍ ສາມາດເຂົ້າເຖິງ ການໃຫ້ບໍລິການ ໃນການໃຫ້ຄຳປຶກສາ ທາງດ້ານປະກັນໄພຊີວິດທີ່ເໝາະສົມທີ່ສຸດແດ່ລູກຄ້າ ໂດຍຜ່ານເຄືອຂ່າຍຂອງທະນາຄານ ເຊິ່ງລວມໄປເຖິງ ຜ່ານບໍລິການອິນເຕີເນັດ ເເລະ ຜ່ານລະບົບທະນາຄານເທິງໂທລະສັບໃນອະນາຄົດ.
ທ່ານ ນາງ ສຸດສະຫວາດ ເພັດສຸວັນ, ຜູ້ອຳນວຍການໃຫຍ່ ບໍລິສັດພຣູເດັນໂຊລ໌ ລາວໄດ້ກ່າວວ່າ: “ການຮ່ວມມືໃນຄັ້ງນີ້ເປັນບາດກ້າວທີ່ສຳຄັນໃນການຮ່ວມກັນລົງມືດຳເນີນງານ ຢ່າງວ່ອງໄວ ເເລະ ມິີປະສິດທິພາບ ເພື່ອໃຫ້ລູກຄ້າຂອງເຮົາໄດ້ຮັບຜົນປະໂຫຍດ ຜ່ານບໍລິການຫຼາຍຊ່ອງທາງຂອງທະນາຄານ ລາວ - ຝຣັ່ງ ແລະ ໄດ້ຮັບຜົນປະໂຫຍດຢ່າງເຕັມທີ່ຈາກຜະລິດຕະພັນປະກັນໄພຊີວິດ ຈາກ ພຣູເດັນໂຊລ໌ ທີ່ຖືກອອກເເບບມາໃຫ້ເໝາະສົມກັບຄວາມຕ້ອງການຂອງລຸກຄ້າ. ພວກເຮົາຫວັງວ່າຈະໄດ້ຮ່ວມມືຢ່າງໃຫ້ຊິດກັບທະນາຄານ ລາວ - ຝຣັ່ງ ເພື່ອມອບການປົກປ້ອງຄຸູ້ມຄອງໃຫ້ກັບຄົນທີ່ລູກຄ້າຮັກ ແລະ ເພື່ອ ອະນາຄົດທີ່ສົດໃສຂອງພວກເຂົາ”
ທ່ານສາມາດສຶກສາຂໍ້ມູນກ່ຽວກັບການຮ່ວມມື ແລະ ການໃຫ້ບໍລິການ ການບໍລິຫານການເງິນ ຂອງ ພຣູເດັນໂຊລ໌ ລາວ ເພີ່ມຕື່ມໄດ້ທີ່ ສາຂາຂອງທະນາຄານ ລາວ - ຝຣັ່ງ ແລະ ຜ່ານຊ່ອງທາງອອນລາຍ ຫຼື ທ່ານສາມາດສອບຖາມຜູ້ຈັດການການໃຫ້ບໍລິການລູກຄ້າ ທີ່ທະນາຄານ ລາວ - ຝຣັ່ງ 021 285 444 ຫຼື contact@bfl.la ຫຼື ຜູ້ຊ່ຽວຊານດ້ານປະກັນໄພຂອງ ພຣູເດັນໂຊລ໌ ລາວ ໄດ້ທີ່ 021 211 123 ຫຼືinfo@prudential.la.
ກ່ຽວກັບທະນາຄານ ລາວ - ຝຣັ່ງ
ກຸ່ມທະນາຄານ ລາວ - ຝຣັ່ງ ຫຼື ທະນາຄານ ລາວ - ຝຣັ່ງ ເປັນການຮ່ວມທຶນລະຫວ່າງກຸ່ມທະນາຄານ BRED Banque Populaire ເເລະ ທະນາຄານ ການຄ້າຕ່າງປະເທດລາວ. ກຸ່ມທະນາຄານ BRED (BRED Group) ຖືກສ້າງຕັ້ງຂຶ້ນຈາກການຮ່ວມກັນຂອງທະນາຄານໂດຍຜູ້ປະກອບການ ໃນປີ 1919 ແລະ ຍັງຮັກສາຄວາມເປັນຜູ້ປະກອບການຕັ້ງເເຕ່ກໍ່ຕັ້ງມາ ພ້ອມກັບຄວາມມຸ່ງໝັ້ນໃນການຮັບຜິດຊອບທີ່ໜັກແໜ້ານຕໍ່ຊຸມຊົນ ເເລະ ທຸກຂະແໜງການທີ່ກ່ຽວຂ້ອງ.
ກຸ່ມທະນາຄານ BRED Banque Populaire ເປັນສະມາຊິກຂອງ BPCE ກຣຸບ ເຊິ່ງເປັນ ກຣຸບທະນາຄານທີ່ໃຫຍ່ເປັນອັນດັບ 2 ທີ່ປະເທດ ຝຣັ່ງ ເຊິ່ງ ໃຫ້ບໍລິການລູກຄ້າຫຼາຍຫວ່າ 31.2 ລ້ານຄົນ, ມີ ພະນັກງານຫຼາຍກວ່າ 100,000ຄົນທົ່ວໂລກ, ເເລະ ມີຜູ້ຖືຫຸ້ນປະມານ 9,000,000 ຄົນ. ກຸ່ມທະນາຄານ BRED Banque Populaire ຖືກກໍ່ຕັ້ງຂຶ້ນທົ່ວໂລກໂດຍມີສາຂາຕັ້ງທີ່ Horn of Africa (Djibouti), ພາກພື້ນເເປຊີຟິກ region (New-Caledonia, Vanuatu and the Fiji Islands) ແລະ ອາຊີຕະເວັນອອກສ່ຽງໃຕ້
ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.bfl-bred.com ກ່ຽວກັບ ທະນາຄານລາວ - ຝຣັ່ງ
ກ່ຽວກັບ ບໍລິສັດ ປະກັນໄພຊີວິດ ພຣູເດັນໂຊລ໌ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ)
ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນປະກັນໄພຊີວິດຜ່ານ ທະນາຄານ ທົ່ວປະເທດ.
ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.prudential.la ກ່ຽວກັບ ພຣູເດັນໂຊລ໌ ລາວ.