ປະກັນໄພ ຊີວິດ
ພວກເຮົາມີຄວາມມຸ່ງໝັ້ນທີ່ຈະປົກປ້ອງຄວາມຕ້ອງການ ແລະ ສ້າງອະນາຄົດຮ່ວມກັບທ່ານ.

ປະກັນໄພຊີວິດ ແມ່ນຫຍັງ?
ເອົາໃຈໃສ່ໃນສິ່ງທີ່ສຳຄັນໃນຊີວິດ
ພວກເຮົາມີຄວາມຕ້ອງການໃຫ້ທ່ານໃຊ້ຊີວິດໃຫ້ເຕັມທີ່ ສະນັ້ນ, ມັນມີຄວາມສຳຄັນທີ່ພວກເຮົາຕ້ອງກຽມພ້ອມຮັບມືສຳລັບເຫດການທີ່ບໍ່ຄາດຄິດຂອງການເງິນທີ່ອາດຈະເກີດຂຶ້ນໄດ້. ປະກັນໄພຊີວິດແມ່ນການກະກຽມປົກປ້ອງຄຸ້ມຄອງທາງດ້ານການເງິນໃຫ້ແກ່ຕົວເຮົາເອງ ແລະ ເພື່ອຄົນທີ່ເຮົາຮັກໃນກໍລະນີມີເຫດການທີ່ບໍ່ຄາດຝັນເກີດຂຶ້ນມັນແມ່ນຂໍ້ຕົກລົງລະຫວ່າງຜູ້ຊື້ປະກັນ ແລະ ບໍລິສັດປະກັນໄພຊີວິດ ເຊິ່ງບໍລິສັດປະກັນໄພຊີວິດນີ້ຕ້ອງໄດ້ຈ່າຍເງິນປະກັນຄືນໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ (ສະມາຊິກຄອບຄົວ)ຂອງຜູ້ຊື້ປະກັນຕາມ
ຈຳນວນເງິນທີ່ແລ້ວແຕ່ກໍລະນີເຫດການນັ້ນໄດ້ເກີດຂຶ້ນແກ່ຄົນທີ່ຊື້ປະກັນ ຫຼື ຕາມກຳນົດສັນຍາໃນອະນາຄົດ(ຕາມ
ປົກກະຕິເມື່ອສັນຍານັ້ນເຖິງກຳນົດ). ເວົ້າສັ້ນໆກໍ່ຄື ປະກັນໄພຊີວິດແມ່ນການເກັບທ້ອນເງິນໄວ້ໃຫ້ແກ່ຄອບຄົວເພື່ອວ່າອາດຈະມີຫຍັງເກີດຂື້ນ.
ສິ່ງທີ່ ຄວນພິຈາລະນາ
ປັດໄຈສຳຄັນທີ່ທ່ານຄວນພິຈາລະນາກ່ອນຕັດສິນໃຈເຮັດແຜນປະກັນໄພຊີວິດ.

ງົບປະມານ
ທ່ານສາມາດເລືອກເບິ່ງ ແຜນປະກັນໄພທີ່ເໝາະສົມກັບສະຖານະການການເງິນຂອງທ່ານ ແລະ ທ່ານຍັງສາມາດເລືອກຮູບແບບການຊຳລະເງິນໃຫ້ເໝາະສົມກັບຄວາມມຸ່ງໝັ້ນຂອງທ່ານ.

ຄວາມຄຸ້ມຄອງທີ່ທ່ານຕ້ອງການ
ປະເມີນຈຳນວນເງິນຂອງການຄຸ້ມຄອງທີ່ທ່ານຕ້ອງການຫຼັງສັນຍາຄົບອາຍຸ ແລະ ວາງແຜນເພື່ອເລືອກຄວາມຄຸ້ມຄອງທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ.

ເປົ້າໝາຍຂອງຊີວິດຂອງທ່ານ
ພິຈາລະນາເບິ່ງເປົ້າໝາຍທີ່ທ່ານຕ້ອງການທີ່ຈະຮັບບໍ່ວ່າຈະເປັນການສະສົມທຶນເພື່ອການສຶກສາຂອງລູກທ່ານ ຫຼື ການຊື້ບ້ານຫຼັງໃໝ່
ຜະລິດຕະພັນ ຂອງພວກເຮົາ
- ປະກັນໄພຂະໜາດນ້ອຍ
- ຜະລິດຕະພັນສະສົມທຶນ + ການຄຸ້ມຄອງຊີວິດ
- ຜະລິດຕະພັນຄຸ້ມຄອງຊີວິດ