Select your language
close
Senior man browsing his laptop
ຄູ່ມືສຳລັບການປະກັນໄພ

ຮຽນຮູ້ກ່ຽວກັບຄຳສັບທົ່ວໄປຂອງການປະກັນໄພ ຕອນທີ 1

ແຜນ​ປະ​ກັນ​ໄພ​ຊີ​ວິດ ແມ່ນ​ສັນ​ຍາ​ໄລ​ຍະ​ຍາວລະ​ຫວ່າງ​ທ່ານ ແລະ ບໍ​ລິ​ສັດ ປະ​ກັ​ນ​ໄພ​ຊີ​ວິດ. ດັ່ງ​ນັ້ນ, ມັນ​ມີ​ຄວາມ​ສຳ​ຄັນຫຼາຍ​ທີ່​ທ່ານ​ຈຳ​ເປັນ​ຕ້ອງ​ຮູ້ ແລ​ະ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ເງື່ອນ​ໄຂ​ຕ່າງໆ​ທີ່ໄດ້​ລະ​ບຸ​ໄວ້​ໃນ​ສັນ​ຍາ​ການ​ປ​ະ​ກັນ​ໄພ.

​ເຈົ້າ​ຂອງ​ສັນ​ຍາ (Policyholder) ແມ່​ນ​ບຸກ​ຄົ​ນ​ທີ່​ເປັນ​ເຈົ້າ​ຂອງ​ປ​ະ​ກັນ​ໄພ. ​ເຈົ້າ​ຂອງ​ສັນ​ຍາ​ບາງ​ຄັ້ງ​ກໍ່​ບໍ່​ແມ່ນ​ຜູ້​ຮັບ​ການ​ປະ​ກັນໄພສະເໝີໄປ ແລະ ອາດຈະແມ່ນ ຫຼື ບໍ​່​ແມ່ນ​ຜູ້​ຮັບ​ຜົນ​ປະ​ໂຫຍດ. ເຈົ້າ​ຂອງ​ສັນ​ຍາ​ສາ​ມາດ​ໃຊ້​ສິດ​ທິ​ລະ​ບຸ​ໄວ້​ໃນ​ສັນ​ຍາເຊັ່ນ​ດຽວ​ກັນ​ກັບຂໍ້​ປະ​ຕິ​ບັດ ເຊັ່ນ: ການ​ຈ່າຍ​ຄ່າ​ທຳ​ນຽ​ມ​ປ​ະກັ​ນ​ໄພ​.

​ຜູ້​ຮັບການ​ປະ​ກັ​ນ​ໄພ​ຊີ​ວິດ (Life assured) ແມ່ນ​ໝາຍ​ເຖິງ​ບຸກ​ຄົນ​ທີ່​ໄດ້​ຮັບ​ການ​ປະ​ກັນ​ໄພ​ຊີ​ວິດ ຕໍ່​ກັບ​ເຫດ​ການ​ທີ່​ໄດ​້​ລະ​ບຸ​ໄວ້​ (ເຊັ່​ນ​: ການ​ເສຍ​ຊີ​ວິດ, ອຸ​ປະ​ຕິ​ເຫດ, ແລະ ພິ​ການ) ໃນ​ສັນ​ຍາ.

ຜູ້​ຮັບ​ຜົນ​ປ​ະ​ໂຫຍດ (Beneficiary) ແມ່ນ​ບຸກ​ຄົນ​ທີ່​ໄດ້​ຖືກ​ລະ​ບຸໄວ້​ໃນ​ສັນ​ຍາ​ໃຫ້​ມີ​ສິດ​ຮັບ​ເອົາ​ເງິນ​ທົດ​ແທນ​ປະ​ກັນ​ໄພ​ຊີ​ວິດ ເມື່ອ​ມີ​ເຫດ​ການເສຍ​ຊີ​ວິດ​ຂອງ​ຜ​ູ້​ຮັບ​ປະ​ກັນ ຫຼື ເມື່ອ​ສັນ​ຍາ​ປະ​ກັນ​ໄພ​ຄົບ​ກຳ​ນົດ.

ຄ່າ​ທຳ​ນຽມ​ປະ​ກັນ​ໄພ (Premium)  ແມ່ນ​ໝາຍ​ເຖິງ ຈຳ​ນວ​ນ​ເງິນ​ທີ່​ເຈົ້າ​ຂອງ​ສັນ​ຍາ​ຕ້ອງ​ຈ່າຍ​ໃຫ້​ບໍ​ລິ​ສັດ​ປະ​ກັນ​ໄພ​ເພື່ອ​ຮັບ​ປະ​ກັນ​ເຫດ​ການ​ທີ່​ຖືກ​ຄຸ້ມ​ຄອງ. ຄ່າ​ທ​ຳ​ນຽມ​ປະ​ກັນ​ໄພ ແມ່ນ​ສາ​ມາດ​ຊຳ​ລະ​ໜຶ່ງ​ຄັ້ງ ຫຼື ຈ່າຍ​ເປັນ​ປະ​ຈ​ຳ (ເຊັ່ນ: ລາຍ​ເດືອນ ແລະ ລາຍ​ປີ) ຕະຫຼ​ອດ​ໄລ​ຍະ​ເວ​ລາ​ປະ​ກັນ​ໄພ.

ຮູບ​ແບບ​ຂອງ​ການ​ຈ່າຍ​ຄ່າ​​ທຳ​ນຽມປະ​ກັນ​ໄພ (Premium payment mode)  ແມ່ນ​ໝາຍ​ເຖິງ ເຈົ້າ​ຂອງ​ສັນ​ຍາ​ປະ​ກັນ​​ຈ່າຍ​ຄ່າ​ທ​ຳ​ນຽມ​ປະ​ກັນໄພໃນຮູບແບບຕ່າງໆ. ຄ່າ​ທຳ​ນຽມ​ປະ​ກັນ​ໄພ ແມ່ນ​ສາ​ມາດ​ຈ່າຍ​ເປັນ​ລາຍ 1 ເດືອນ, 3 ເດືອນ,​ 6 ເດືອ​ນ, 1 ປີ ຫຼື ຈ່າຍ​ເປັນ​ຄັ້ງ​ດຽວ.

ວົງ​ເງິນ​ປະ​ກັນ​ໄພ (Sum assured)  ແມ່ນ​ໝາຍ​ເຖິງ ວົງ​ເງິນ​ທີ່​ບໍ​ລິ​ສັດ​ປະ​ກັນ​ໄພ​ຊີ​ວິດ​ຈະ​ຈ່າຍ​ໃຫ້ຜູ້​ຮັບ​ປະ​ກັນ​ໄພ​ຊີ​ວິດ ໃນ​ກໍ​ລະ​ນີ​ທີ່​ມີ​ເຫດ​ການ​ຄຸ້ມ​ຄອງ​ຂຶ້ນ (ກ່ອ​ນ​ຈະ​ມີ​ດອກ​ເບ້ຍ​ເພີ່ມ​ເຕີມ).

ຜົນ​ປະ​ໂຫຍດ​ເມື່ອ​ສັນ​ຍາ​ຄົບ​ອາ​ຍຸ (Maturity benefit)  ແມ່ນ​ໝາຍ​ເຖິງຈຳ​ນວນ​ເງິນ​ທີ່​ເຈົ້າ​ຂອງ​ສັນ​ຍາ​ໄດ້​ຮັບ​ເມື່​ອ​ສັນ​ຍາ​ການ​ປະ​ກັນ​ໄພ​ສິ້ນ​ສຸດ​ລົງ. ສັນ​ຍາ​ການ​ປະ​ກັນ​ໄພ​ຍ​ັງ​ຕ້ອງ​ມີ​ຜົນ​ບັງ​ຄັບ​ໃຊ້​ຢູ່​ໃນ​ມື້​ຄົບ​ກຳ​ນ​ົດ (ຕົວ​ຢ່າງ: ຈ່າຍ​ຄ່າ​ທຳ​ນຽ​ມ​ຄົບ​ຕາມ​ກຳ​ນົດ) ເພື່ອ​ໃຫ້​ບໍ​ລິ​ສັດ​ຈ່າຍ​ຜົນ​ປະ​ໂຫຍດ​ທັງ​ໝົດ​ໃຫ້.

​ກຳ​ນົດ​ເວ​ລາ​ຂອງ​ສັນ​ຍາ​ປະ​ກັນ​ໄພ​ (Insurance period) ແມ່ນ​ໝາຍ​ເຖິງ​ໄລ​ຍະ​ເວ​ລາ​ຂອງ​ການ​ຄຸ້ມ​ຄອງ​ຂອງ​ບໍ​ລິ​ສັດ​ປະ​ກັນ​ໄພ.

ວ​ັນ​ສັນ​ຍາ​ມີ​ຜົນ​ສັກ​ສິດ (Effective date)  ແມ່ນ​ໝາຍ​ເຖິງ ວັນ​ທີ່​ສັນ​ຍາ​ການ​ປະ​ກັນ​ໄພ​ມີ​ຜົ​ນ​ສັກ​ສິດ. ເປັນ​ວັນ​ທີ່​ໜ້າ​ທີ່ ແລະ ຜົນ​ປະ​ໂຫຍດ​ຂອງ ທັງ​ສອງ​ຝ່າຍ​ເລີ່ມ​ຂຶ້ນ ເນື່ອງ​ຈາກວ່າ​ການ​ຄຸ້ມ​ຄອງ​ບໍ່​ໄດ້​ເລີ່ມ​ຂຶ້ນ​ພາຍຫຼັງ​ການ​ຊື້​ປະ​ກັນ​ໄພ​ທັນ​ທີ.

ວັນ​ສັນ​ຍາ​ຄົບ​ອາ​ຍຸ (Maturity date) ແມ່ນ​ໝາຍ​ເຖິງ ວັນທີ່​ສັນ​ຍາ​ການ​ປະ​ກັນ​ໄພ​ສິ້ນ​ສຸດ​ລົງ ແລະ ຜົນ​ປະ​ໂຫຍດ​ທັງ​ໝົດ​ຖືກ​ຈ່າຍ​ໃຫ້​ຜູ້​ຮັບ​ຜົນ​ປະ​ໂຫຍດ.

ຖ້າ​ທ່ານ​ມີ​ຄຳ​ຖາມ​ເພີ່ມ​ເຕີມ, ກະ​ລຸ​ນາ​ສົ່ງ​ໄປ​ທີ່ info@prudential.la