
ຮຽນຮູ້ກ່ຽວກັບຄຳສັບທົ່ວໄປຂອງການປະກັນໄພ ຕອນທີ 1
ແຜນປະກັນໄພຊີວິດ ແມ່ນສັນຍາໄລຍະຍາວລະຫວ່າງທ່ານ ແລະ ບໍລິສັດ ປະກັນໄພຊີວິດ. ດັ່ງນັ້ນ, ມັນມີຄວາມສຳຄັນຫຼາຍທີ່ທ່ານຈຳເປັນຕ້ອງຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງເງື່ອນໄຂຕ່າງໆທີ່ໄດ້ລະບຸໄວ້ໃນສັນຍາການປະກັນໄພ.
ເຈົ້າຂອງສັນຍາ (Policyholder) ແມ່ນບຸກຄົນທີ່ເປັນເຈົ້າຂອງປະກັນໄພ. ເຈົ້າຂອງສັນຍາບາງຄັ້ງກໍ່ບໍ່ແມ່ນຜູ້ຮັບການປະກັນໄພສະເໝີໄປ ແລະ ອາດຈະແມ່ນ ຫຼື ບໍ່ແມ່ນຜູ້ຮັບຜົນປະໂຫຍດ. ເຈົ້າຂອງສັນຍາສາມາດໃຊ້ສິດທິລະບຸໄວ້ໃນສັນຍາເຊັ່ນດຽວກັນກັບຂໍ້ປະຕິບັດ ເຊັ່ນ: ການຈ່າຍຄ່າທຳນຽມປະກັນໄພ.
ຜູ້ຮັບການປະກັນໄພຊີວິດ (Life assured) ແມ່ນໝາຍເຖິງບຸກຄົນທີ່ໄດ້ຮັບການປະກັນໄພຊີວິດ ຕໍ່ກັບເຫດການທີ່ໄດ້ລະບຸໄວ້ (ເຊັ່ນ: ການເສຍຊີວິດ, ອຸປະຕິເຫດ, ແລະ ພິການ) ໃນສັນຍາ.
ຜູ້ຮັບຜົນປະໂຫຍດ (Beneficiary) ແມ່ນບຸກຄົນທີ່ໄດ້ຖືກລະບຸໄວ້ໃນສັນຍາໃຫ້ມີສິດຮັບເອົາເງິນທົດແທນປະກັນໄພຊີວິດ ເມື່ອມີເຫດການເສຍຊີວິດຂອງຜູ້ຮັບປະກັນ ຫຼື ເມື່ອສັນຍາປະກັນໄພຄົບກຳນົດ.
ຄ່າທຳນຽມປະກັນໄພ (Premium) ແມ່ນໝາຍເຖິງ ຈຳນວນເງິນທີ່ເຈົ້າຂອງສັນຍາຕ້ອງຈ່າຍໃຫ້ບໍລິສັດປະກັນໄພເພື່ອຮັບປະກັນເຫດການທີ່ຖືກຄຸ້ມຄອງ. ຄ່າທຳນຽມປະກັນໄພ ແມ່ນສາມາດຊຳລະໜຶ່ງຄັ້ງ ຫຼື ຈ່າຍເປັນປະຈຳ (ເຊັ່ນ: ລາຍເດືອນ ແລະ ລາຍປີ) ຕະຫຼອດໄລຍະເວລາປະກັນໄພ.
ຮູບແບບຂອງການຈ່າຍຄ່າທຳນຽມປະກັນໄພ (Premium payment mode) ແມ່ນໝາຍເຖິງ ເຈົ້າຂອງສັນຍາປະກັນຈ່າຍຄ່າທຳນຽມປະກັນໄພໃນຮູບແບບຕ່າງໆ. ຄ່າທຳນຽມປະກັນໄພ ແມ່ນສາມາດຈ່າຍເປັນລາຍ 1 ເດືອນ, 3 ເດືອນ, 6 ເດືອນ, 1 ປີ ຫຼື ຈ່າຍເປັນຄັ້ງດຽວ.
ວົງເງິນປະກັນໄພ (Sum assured) ແມ່ນໝາຍເຖິງ ວົງເງິນທີ່ບໍລິສັດປະກັນໄພຊີວິດຈະຈ່າຍໃຫ້ຜູ້ຮັບປະກັນໄພຊີວິດ ໃນກໍລະນີທີ່ມີເຫດການຄຸ້ມຄອງຂຶ້ນ (ກ່ອນຈະມີດອກເບ້ຍເພີ່ມເຕີມ).
ຜົນປະໂຫຍດເມື່ອສັນຍາຄົບອາຍຸ (Maturity benefit) ແມ່ນໝາຍເຖິງຈຳນວນເງິນທີ່ເຈົ້າຂອງສັນຍາໄດ້ຮັບເມື່ອສັນຍາການປະກັນໄພສິ້ນສຸດລົງ. ສັນຍາການປະກັນໄພຍັງຕ້ອງມີຜົນບັງຄັບໃຊ້ຢູ່ໃນມື້ຄົບກຳນົດ (ຕົວຢ່າງ: ຈ່າຍຄ່າທຳນຽມຄົບຕາມກຳນົດ) ເພື່ອໃຫ້ບໍລິສັດຈ່າຍຜົນປະໂຫຍດທັງໝົດໃຫ້.
ກຳນົດເວລາຂອງສັນຍາປະກັນໄພ (Insurance period) ແມ່ນໝາຍເຖິງໄລຍະເວລາຂອງການຄຸ້ມຄອງຂອງບໍລິສັດປະກັນໄພ.
ວັນສັນຍາມີຜົນສັກສິດ (Effective date) ແມ່ນໝາຍເຖິງ ວັນທີ່ສັນຍາການປະກັນໄພມີຜົນສັກສິດ. ເປັນວັນທີ່ໜ້າທີ່ ແລະ ຜົນປະໂຫຍດຂອງ ທັງສອງຝ່າຍເລີ່ມຂຶ້ນ ເນື່ອງຈາກວ່າການຄຸ້ມຄອງບໍ່ໄດ້ເລີ່ມຂຶ້ນພາຍຫຼັງການຊື້ປະກັນໄພທັນທີ.
ວັນສັນຍາຄົບອາຍຸ (Maturity date) ແມ່ນໝາຍເຖິງ ວັນທີ່ສັນຍາການປະກັນໄພສິ້ນສຸດລົງ ແລະ ຜົນປະໂຫຍດທັງໝົດຖືກຈ່າຍໃຫ້ຜູ້ຮັບຜົນປະໂຫຍດ.
ຖ້າທ່ານມີຄຳຖາມເພີ່ມເຕີມ, ກະລຸນາສົ່ງໄປທີ່ info@prudential.la