ພວກເຮົາກໍາລັງປ່ຽນແປງທຸລະກິດຂອງພວກເຮົາ. ຜ່ານການປ່ຽນແປງທັງໝົດ, ພວກເຮົາໄດ້ພົບເປົ້າໝາຍໃໝ່ກໍຄືການຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ.
ພວກເຮົາຕ້ອງການດຶງດູດ ແລະ ຮັກສາຜູ້ຄົນທີ່ໄດ້ຮັບແຮງບັນດານໃຈມາຈາກຈຸດປະສົງນີ້, ຄົນທີ່ແບ່ງປັນຄ່ານິຍົມຂອງພວກເຮົາ ແລະ ຄົນທີ່ຂັບເຄື່ອນດ້ວຍຄວາມທະເຍີທະຍານ.
ມັນເປັນຄວາມເຊື່ອທີ່ຈະພິຈາລະນາຄວາມເປັນໄປໄດ້ທີ່ພວກເຮົາສາມາດເປັນໄດ້ເມື່ອພວກເຮົາທຸກຄົນປາກົດຕົວ ແລະ ໂດຍຄວາມພະຍາຍາມ, ຄວາມລົ້ມເຫຼວ ແລະ ຮຽນໜັກພຽງພໍ, ຄວາມດີສາມາດກາຍເປັນສິ່ງທີ່ຍິ່ງໃຫຍ່ໄດ້ ແລະ ຄວາມຍິ່ງໃຫຍ່ສາມາດກາຍເປັນສິ່ງທີ່ພິເສດໄດ້.
ສິ່ງທີ່ເຮົາຍຶດໝັ້ນ

ຈຸດປະສົງຂອງພວກເຮົາ
ຂໍ້ພິສູດໃນຈຸດປະສົງນີ້ແມ່ນຢູ່ໃນວິທີທີ່ເຮົາຊ່ວຍເຫຼືອສັງຄົມ ຜ່ານວຽກທີ່ພວກເຮົາເຮັດ ແລະ ວິທີທີ່ເຮົາເຮັດວຽກເພື່ອສະໜັບສະໜຸນກັນ ແລະ ກັນ.

ຫຼັກການຂອງພວກເຮົາ
ໃນຂະນະທີ່ພວກເຮົາກໍາລັງເຕີບໂຕ ແລະ ຈິນຕະນາການເຖິງອານາຄົດຂອງການເປັນຢູ່ທີ່ດີ, ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ຫຼັກການຂອງພວກເຮົາຍັງບໍ່ປ່ຽນແປງ ນັ້ນກໍຄືການເອົາລູກຄ້າມາກ່ອນ, ດໍາເນີນການດ້ວຍຄວາມຊື່ສັດ, ຍອມຮັບການເຕີບໂຕ, ລົງທຶນໃນຊຸມຊົນຂອງພວກເຮົາ ແລະ ເບິ່ງການໄກ ເພາະວ່າພວກເຮົາຢູ່ທີ່ນີ້ໃນໄລຍະຍາວ.

ຄ່ານິຍົມຂອງພວກເຮົາ
ຄວາມສໍາເລັດຂອງພວກເຮົາເກີດຈາກຄ່ານິນົມຂອງພວກເຮັດທີ່ສະແດງເຖິງໂຕຕົນທີ່ດີທີ່ສຸດຂອງພວກເຮົາ - ຄວາມມູ່ງໝັ້ນ, ຄວາມກະຕືລືລົ້ນ, ຄວາມເຫັນໃຈ, ຄວາມກ້າຫານ, ຄວາມສາມາດໃນການປັບໂຕຢ່າງວ່ອງໄວ.

ເຊື່ອມຕໍ່, ເຕີບໂຕ, ປະສົບຜົນສໍາເລັດ
ພວກເຮົາຮັບຮູ້ ແລະ ໃຫ້ກຽດຄວາມເຊື່ອໃຈທີ່ທ່ານໄດ້ມອບໃຫ້ພວກເຮົາ ໂດຍການເຮັດໃຫ້ພຣູເດັນໂຊລ໌ປັນບ່ອນທີ່ສາມາດເຮັດໃຫ້ທ່ານເຊື່ອມຕໍ່, ເຕີບໂຕ, ປະສົບຜົນສໍາເລັດ
ຄົ້ນຫາເພີ່ມເຕີມ

ເບິ່ງໂອກາດໃນການເຮັດວຽກ
ເຂົ້າເບິ່ງໜ້າອາຊີບຂອງພວກເຮົາເພື່ອເບິ່ງໂອກາດໃນທົ່ວພາກພື້ນ
ເບິ່ງໂອກາດໃນການເຮັດວຽກ

ພວກເຮົາໃສ່ໃຈ ຄົນຂອງພວກເຮົາ
ທີ່ ບໍລິສັດ ພຣູເດັນໂຊລ໌ ລາວ ພວກເຮົາຊ່ວຍສົ່ງເສີມໃຫ້ຜູ້ຄົນເຕີບໃຫຍ່ແບບມືອາຊີບ ແລະ ເຮັດໃຫ້ເຂົາເຈົ້າໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ. ທ່ານສາມາດອ່ານເພີ່ມຕື່ມກ່ຽວກັບວັດທະນະທຳ ແລະ ຄ່ານິຍົມຂອງອົງກອນ ລວມເຖິງ ໂອກາດການເຮັດວຽກກັບພວກເຮົາ.
ວັດທະນະທຳຫຼັກຂອງພວກເຮົາ

ຄວາມມຸ່ງໝັ້ນ
ທ່າມກາງທຸລະກິດທີ່ມີການເເຂ່ງຂັນ, ພວກເຮົາສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການເຮັດວຽກໃຫ້ດີທີ່ສຸດ ບົນພື້ນຖານຄວາມດີ ແລະ ຖືກຕ້ອງ.

ຄວາມກະຕືລືລົ້ນ
ໃນສະພາບການການປ່ຽນແປງຂອງໂລກຢ່າງວ່ອງໄວ, ພວກເຮົາຮັບຟັງ, ຮຽນຮູ້ ແລະ ເຂົ້າໃຈ ເພື່ອພັດທະນາຕົວເອງຢູ່ສະເໝີ.

ຄວາມເຫັນໃຈ
ມີຄຳສຸພາສິດໜຶ່ງກ່າວວ່າ: “ເອົາໃຈເພິ່ນໃສ່ໃຈໂຕ” ແລະ ພວກເຮົາກໍປະຕິບັດແບບນັ້ນກັບລູກຄ້າ ເເລະ ພະນັກງານທຸກຄົນ.

ຄວາມກ້າຫານ
ພຣູເດັນໂຊລ໌ເສີມສ້າງຄວາມເຂັ້ມເເຂງ ຈາກຄວາມອ່ອນໄຫວ, ພວກເຮົາສະໜັບສະໜູນ ເຊິ່ງກັນ ເເລະ ກັນ, ເວົ້າຄວາມຈິງ ແລະ ເຮັດໃນສິ່ງທີ່ຖືກຕ້ອງ ເພື່ອສ້າງພະລັງໃນຍາມທີ່ຈຳເປັນ

ຄວາມສາມາດໃນການປັບໂຕຢ່າງວ່ອງໄວ
ການປັບໂຕໄວແມ່ນສິ່ງທີ່ພວກເຮົາກຳລັງໃຫ້ຄວາມສົນໃຈ, ພວກເຮົາສະໜັບສະໜູນໃຫ້ພະນັກງານກ້າທີ່ຈະທົດລອງເຮັດສິ່ງໃໝ່ໆ ແລະ ຮຽນຮູ້ຈາກຄວາມຜິດພາດ.
ຜົນປະໂຫຍດ ແລະ ສະຫວັດດີການ
ພວກເຮົາໃສ່ໃຈຄົນຂອງພວກເຮົາ ແລະ ນີ້ເປັນເຫດຜົນທີ່ພວກເຮົາມອບເງິນເດືອນ ແລະ ສະຫວັດດີການທີ່ໜ້າເພິ່ງພໍໃຈ.

ໂຄງການພັດທະນາບຸກຄະລາກອນ
ດ້ວຍການແຂ່ງຂັນໃນປະຈຸບັນໃນການສັນຫາຈັດຈ້າງ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດໃຫ້ຄົງຢູ່ກັບອົງກອນ ກາຍມາເປັນຄວາມທ້າທາຍໃຫຍ່ອັນຫນຶ່ງ. ເຊິ່ງ ໂຄງການການພັດທະນາບຸກຄະລາກອນ ຫຼື ການປັບໃຊ້ບຸກຄະລາກອນ (Talent Mobility) ເປັນທາງເລືອກຫນຶ່ງທີ່ຫລາຍໆອົງກອນຫັນມາສົນໃຈເມື່ອທີ່ຈະຕ້ອງເຮັດການຈ້າງງານ ຫຼື ຢາກທີ່ຈະຮັກສາບຸກຄະລາກອນຄົນທີ່ມີຄວາມສາມາດໃຫ້ດຳເນີນເຮັດວຽກຕໍ່ກັບອົງກອນ. ຈຸດປະສົງຂອງ Talent Mobility ແມ່ນເພື່ອສ້າງການພັດທະນາດ້ານສາຍອາຊີບໃຫ້ແກ່ພະນັກງານ, ເພື່ອປິດຊ່ອງວ່າງໃຫ້ກັບທຸລະກິດກ່ຽວກັບບຸກຄະລາກອນ, ແລະ ພັກດັນ ສ້າງສັກກະຍະພາບໃຫ້ແກ່ພະນັກງານເພື່ອໃຫ້ກາຍມາເປັນຫົວຫນ້າຝ່າຍຕ່າງເພື່ອທີ່ຈະຂັບເຂື່ອນທຸລະກິດ. ທີ່ພຣູເດັນໂຊລ໌, ພວກເຮົາໄດ້ສຳເລັດໂດຍການຊ່ວຍໃຫ້ບຸກຄະລາກອນທຸກທ່ານຂອງພວກເຮົາໄດ້ສິ່ງທີ່ດີທີ່ສຸດໃນສາຍອາຊີບຂອງພວກເຂົາ.

ສາມັກຄີໂດຍຜ່ານການເຮັດວຽກຮ່ວມກັນ
ທີມງານຂອງພວກເຮົາແມ່ນນະວັດຕະກໍາໃໝ່, ລົງມືເຮັດ ແລະ ເຮັດວຽກຮ່ວມກັນໄດ້. ພະລັງໃນການແບ່ງປັນ ແລະ ເຮັດວຽກຮ່ວມກັນນັ້ນ ແມ່ນຕ້ອງມີຄວາມເຄົາລົບ, ຄວາມສື່ສັດ ແລະ ການເຮັດວຽກເປັນທີມ. ບໍລິສັດຂອງພວກເຮົາມີຮາກຖານມາຈາກມໍລະດົກອັນຮັ່ງມີ ແຕ່ການເບິ່ງໄປໃນອານາຄົດພວກເຮົາຕ້ອງການພະລັງງານ ແລະ ແນວຄວາມຄິດທີ່ໃໝ່.