ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19
ວຽງຈັນ 26 ຕຸລາ 2021
ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ມີຄວາມພາກພຸມໃຈເປີດໂຕ ຜະລິດຕະພັນໃໝ່ “ພຣູໂຄວິດ-19 ສະບາຍໃຈຫາຍຫ່ວງ” ເຊິ່ງຊ່ວຍປົກປ້ອງຄຸ້ມຄອງຸພະຍາດ ໂຄວິດ-19. ເພື່ອເປັນການສອດຄ້ອງກັບຄຳໝັ້ນສັນຍາຂອງ ບໍລິສັດ ພຣູເດັນໂຊລ໌ ລາວ ໃນການປົກປ້ອງສຸຂະພາບ ແລະ ການເປັນຢູ່ຂອງປວງຊົນລາວ, ຜະລິດຕະພັນ ພຣູໂຄວິດ-19 ສະບາຍໃຈຫາຍຫ່ວງ ຈະຈ່າຍເງິນອຸດໜູນຈຳນວນ 5.000.000 ກີບໃນກໍລະນີທີ່ມີການພົບເຊື້ອພະຍາດ ໂຄວິດ-19 ແລະ ເງິນອຸດໜູນຈຳນວນ 20.000.000 ກີບຈະຖືກຈ່າຍໃນກໍລິນີທີ່ມີເສຍຊີວິດຈາກເຊື້ອພະຍາດໂຄວິດ-19. ນອກຈາກນີ້, ພຣູເດັນໂຊລ໌ ລາວ ຈະຈ່າຍເງິນທົດແທນຄ່າປ່ວຍການ ຈຳນວນ 300.000/ມື້ ສູງສຸດ 10ວັນ ໃນກໍລະນີມີການເກີດຜົນຂ້າງຄຽງຫຼັງຈາກການສັກວັກຊີນ ແລະ ເງິນທົດແທນຈຳນວນ 20.000.000 ກີບຈະຖືກຈ່າຍໃນກໍລິນີທີ່ມີເສຍຊີວິດ.
ຜະລິດຕະພັນນີ້ຈະໃຫ້ເງິນອຸດໜຸນພິເສດເພິ່ມ 50% ແກ່ ຄູອາຈານ, ນັກຮຽນ, ແພດໝໍ ແລະ ບຸກຄະລາ ກອນທາງການແພດ. ນີ້ໝາຍຄວາມວ່າ, ບໍລິສັດຈະຈ່າຍເງິນອຸດໜູນຈຳນວນ 7.5000.000 ກີບໃນກໍລະນີທີ່ມີການພົບເຊື້ອພະຍາດ ໂຄວິດ-19 ແລະ ເງິນອຸດໜູນຈຳນວນ 30.000.000 ກີບຈະຖືກຈ່າຍໃນກໍລິນີທີ່ມີເສຍຊີວິດຈາກເຊື້ອພະຍາດໂຄວິດ-19.
“ທີ່ບໍລິສັດ ພຣູເດັນໂຊລ໌ ລາວ, ຈຸດປະສົງຂອງພວກເຮົາແມ່ນຊ່ວຍຄົນລາວໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ. ເຊິ່ງລວມໄປເຖິງ ການໃຫ້ຄວາມຄຸ້ມຄອງສຸຂະພາບ ແລະ ການເປັນຢູ່ຂອງຜູ້ຄົນ. ພຣູໂຄວິດ-19 ສະບາຍໃຈຫາຍຫ່ວງ ຖືກອອກແບບມາເພື່ອໃຫ້ປະຊາຊົນລາວໄດ້ເຂົ້າເຖິງການຄຸ້ມຄອງທາງດ້ານການເງິນໃນລາຄາທີ່ເຂົ້າເຖິງໄດ້ເຊິ່ງ ເຮັດໃຫ້ ພວກເຂົາອຸ່ນໃຈໃນການໃຊ້ຊີວິດປະຈຳວັນຂອງພວກເຂົາ” ທ່ານ ວີເຈ ມັດດາວັນ ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ກ່າວໄວ້.
ສຳລັບປະຊາຊົນລາວທີ່ອາໃສຢູ່ໃນປະເທດລາວ ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ເຊິ່ງຖືບັດປະຈຳໂຕ, ສຳມະໂນຄົວ ແລະ ໜັງສືຜ່ານແດນຢ່າງຖືກຕ້ອງ ສາມາດລົງທະບຽນເອົາຜະລິດຕະພັນນີ້ໄດ້. ໃນການລົງທະບຽນສຳເລັດຈະມີ ເວລາລໍຖ້າ 14 ວັນ ນັບຈາກມື້ລົງທະບຽນ ແລະ ຜູ້ລົງທະບຽນສາມາດຮຽກຮ້ອງເອົາທຶນອຸດໜຸນໄດ້ຫຼັງ 14 ມື້ເທົ່ານັ້ນ.
ພຣູໂຄວິດ-19 ສະບາຍໃຈຫາຍຫ່ວງ ມີລາຄາພຽງ 10,000 ກີບ ແລະ ລູກຄ້າສາມາດເຂົ້າເຖິງຜະລິດຕະພັນນີ້ຜ່ານຟອມອອນໄລນ໌ນີ້: ຟອມລົງທະບຽນ ໂດຍ ພຣູເດັນໂຊລ໌. ຂໍ້ມູນເພີ່ມເຕີມແມ່ນສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ ບໍລິສັດ ພຣູເດັນໂຊລ໌ ທີ່ www.prudential.la ແລະ ເຟສບຸກ ທີ່ www.facebook.com/PrudentialLaos.
ກ່ຽວກັບ ພຣູເດັນໂຊລ໌ ລາວ
ພຣູເດັນໂຊລ໌ ລາວ ເປັນບໍລິສັດສາຂາ ຂອງພຣູເດັນໂຊລ໌ ພີເອວຊີ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພຣູເດັນໂຊລ໌ ລາວ ທີ່ www.prudential.la
ກ່ຽວກັບ ເພົ້າສ໌ ໂດຍ ພຣູເດັນໂຊລ໌
ເພົ້າສ໌ແມ່ນ ແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນ ໜຶ່ງດຽວໃນພາກພື້ນອາຊີ ແລະ ອາຟຣິກາ ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດ ຫຼີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບ ໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.
ແອັບພິເຄເຊິນເພົ້າສ໌ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ແລະ 6 ປະເທດໃນທະວີບອາຟຣິກາ. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.
ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 30 ລ້ານເທື່ອໃນຂົງເຂດອາຊີ ແລະ ອາຟຣິກາ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ເຊິ່ງໃນທະວີບອາຊີມີ: ປະເທດ ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ ແລະ ທະວີບ ອາຟຣິກາມີປະເທດແຄມມາຣູນ, ການາ, ເຄນຍາ, ໄນຈີເຣຍ, ອຸການດາ, ແລະ ແຊມເບຍ.
ສຳລັບຂໍ້ມູນເພີ່ມເຕີມ, ແລະ ສາມາດດາວໂຫຼດແອັບພິເຄເຊິນເພົ້າສ໌, ເຂົ້າໄປໃນເວັບໄຊ www.wedopulse.com
*ຂໍ້ມູນລ່າສຸດຄັ້ງເດືອນສິງຫາ 2021