ຫຼັກການ ຂອງການຕອບແທນຄືນສັງຄົມ
ພວກເຮົາພັດທະນາໂຄງການຕອບແທນຄືນສັງຄົມອີງຕາມຫຼັກການດັ່ງນີ້: ເຍົາວະຊົນ, ການສຶກສາ, ສຸຂະພາບ,ແລະ ຊຸມຊົນ.

ເຍົາວະຊົນ
ພວກເຮົາເຮັດກິດຈະກຳຕ່າງໆເພື່ອຊ່ວຍໃຫ້ໄວໜຸ່ມສ້າງທັດສະນະຄະຕິບວກທີ່ສະໜັບສະໜູນສັງຄົມທີ່ຍືນຍົງ.

ການສຶກສາ
ພວກເຮົາຊ່ວຍໃຫ້ໄວໜຸ່ມ ແລະ ຜູ້ປົກຄອງຂອງພວກເຂົາເຂົ້າໃຈແນວຄິດພື້ນຖານຂອງການເງິນ ເພື່ອໃຫ້ພວກເຂົາປະສົບຄວາມສຳເລັດໃນຊີວິດ

ສຸຂະພາບ
ພວກເຮົາສົ່ງເສີມກິດຈະກຳທີ່ກ່ຽວກັບສຸຂະພາບ ແລະ ການດຳລົງຊີວິດ ຜ່ານການສະໜັບສະໜູນ ແລະ ການຝຶກອົບຮົມດ້ານກິລາ.

ຊຸມຊົນ
ເຮົາໃຊ້ຊັບພະຍາກອນເພື່ອຊ່ວຍເຫຼືອ. ຜ່ານການຮ່ວມມືກັບອົງກອນທີ່ບໍ່ຫວັງຜົນປະໂຫຍດ, ພວກເຮົາລະດົມໃຫ້ພະນັກງານເຮົາເຂົ້າຮ່ວມເປັນອາສາສະໝັກ.
ໂຄງການ ຂອງພວກເຮົາ
ອ່ານເບິ່ງກິດຈະກຳລ່າສຸດຂອງພວກເຮົາ