ການຂໍເອົາເງິນທົດແທນປະກັນໄພ
ຫຼັກການກ່ຽວກັບເງິນທົດແທນປະກັນໄພ
ສັນຍາປະກັນໄພຂອງ ພຣູເດັນໂຊລ໌ ຊ່ວຍປົກປ້ອງທ່ານແລະຄອບຄົວທີ່ທ່ານຮັກໃນຊ່ວງເວລາທີ່ຊີວິດຍາກລຳບາກ. ດ້ວຍຄວາມຫ່ວງໄຍແລະເຫັນອົກເຫັນໃຈ ພວກເຮົາພ້ອມທີ່ຈະຈ່າຍເງິນທົດແທນປະກັນໄພແກ່ທ່ານໄວເທົ່າທີ່ຈະໄວໄດ້. ດ້ວຍຂັ້ນຕອນທີ່ງ່າຍ ແລະ ສະດວກສະບາຍ ພຽງແຕ່ທ່ານສະໜອງບາງຂໍ້ມູນທີ່ສຳຄັນເທົ່ານັ້ນກໍສາມາດຮັບເງິນທົດແທນປະກັນໄພໄດ້ແລ້ວ.

ວິທີການໃຫ້ບໍລິການຂອງ ພຣູ
![]() |
ແນວທາງຂອງພວກເຮົາ ຂັ້ນຕອນການຮ້ອງຂໍເງິນທົດແທນປະກັນໄພຂອງພວກເຮົາແມ່ນມີຄວາມງ່າຍດາຍ ແລະ ໂປ່ງໃສ. ພວກເຮົາມີບຸກຄະລາກອນທີ່ມີປະສົບການແລະເປັນມືອາຊີບທີ່ພ້ອມໃຫ້ບໍລິການທ່ານຢ່າງເປັນກັນເອງ. ເມື່ອທ່ານຮຽກຮ້ອງເງິນທົດແທນປະກັນໄພ ພວກເຮົາຈະພິຈາລະນາແລະຈ່າຍເງິນທົດແທນປະກັນໄພໃຫ້ທ່ານທັນທີ, ໂດຍມີພຽງການສອບຖາມບາງຂໍ້ມູນທີ່ກ້ຽວຂ້ອງເລັກນ້ອຍ ແລະ ຖ້າທ່ານຕ້ອງການຮັບຮູ້ຄວາມຄືບໜ້າຂອງຂັ້ນຕອນການຈ່າຍເງິນທົດແທນປະກັນໄພ ພວກເຮົາພ້ອມຈະສະໜອງລາຍລະອຽດໃຫ້ທ່ານຊາບຢ່າງຈະແຈ້ງ. |
ໜ້າທີ່ຂອງພວກເຮົາຄື:

ກຳນົດໄລຍະເວລາ
ພວກເຮົາຈະດຳເນີນການທັນທີທີ່ໄດ້ຮັບການຮ້ອງຂໍເຂົ້າມາແລະມີການແຈ້ງລາຍລະອຽດໃຫ້ທ່ານຊາບເຖິງຄວາມຄືບໜ້າທຸກຂັ້ນຕອນ.
ໂດຍອີງໃສ່ມາດຕະຖານການບໍລິການດັ່ງຕໍ່ໄປນີ້: ແຈ້ງໜັງສືຕອບຮັບພາຍໃນ 3 ມື້ຫຼັງຈາກທີ່ໄດ້ຮັບການຮ້ອງຂໍເງິນທົດແທນປະກັນໄພ,ແຈ້ງຄຳຮ້ອງຂໍເອກະສານເພີ້ມເຕີມພາຍໃນ 3 ມື້, ແຈ້ງຜົນຂອງການພິຈາລະນາຈ່າຍ, ເງິນທົດແທນປະກັນໄພ ພາຍໃນ 30 ມື້ຫຼັງຈາກທີ່ໄດ້ຮັບການຮ້ອງຂໍເງິນທົດແທນປະກັນໄພ

ພວກເຮົາສື່ສານກັບທານດ້ວຍຄວາມຫ່ວງໃຍ
ພວກເຮົາຈະແຈ້ງໃຫ້ທ່ານຊາບທຸກຂະບວນການ ບໍ່ວ່າຈະຫຼັງຈາກໄດ້ຮັບຄຳຮ້ອງຂໍເງິນທົດແທນ, ເມື່ອຕ້ອງການເອກະສານເພີ່ມເຕີມ ຕະຫຼອດຮອດແຈ້ງຜົນຂອງການດຳເນິນການຕ່າງໆ. ນອກນີ້ພວກເຮົາມີຍັງບຸກຄະລາກອນທີ່ເປັນມືອາຊີບ ປະຈຳຢູ່ທຸກສາຂາຕົວແທນທີ່ພ້ອມໃຫ້ຄຳປຶກສາແລະຊ່ວຍເຫຼືອໃນຍາມທ່ານຕ້ອງການ

ພວກເຮົາສ້າງປະສົບການທີ່ດີໃຫ້ກັບລູກຄ້າ
ທຸກໆຄຳຕຳນິຕິຊົມຂອງທ່ານແມ່ນສຳຄັນຕໍ່ພວກເຮົາຫຼາຍ ໃນການຊ່ວຍພັດທະນາອົງກອນເຮົາເພື່ອການບໍລິການທ່ານທີ່ດີຂື້ນ, ສະນັ້ນທຸກຄັ້ງທີ່ທ່ານມີຄຳຮ້ອງຮຽນມາພວກເຮົາພ້ອມຈະແກ້ໄຂໃຫ້ໄວ ແລະ ດີທີ່ສຸດ.

ບົນຄວາມຍຸດຕິທຳ
ພວກເຮົາເຫັນຄວາມສຳຄັນຂອງການຮ້ອງຂໍເງິນທົດແທນຂອງທ່ານ ສະນັ້ນພວກເຮົາປະຕິບັດຕໍ່ທຸກໆການຮ້ອງຂໍຢ່າງເທົ່າທຽມກັນ ໂດຍການຮັບປະກັນຄວາມຊັດເຈນ ແລະ ໂປ່ງໃສ ໃນທຸກຂະບວນການ.

ດ້ານສິດທິສ່ວນບຸກຄົນ
ພວກເຮົາໃຫ້ຄວາມສຳຄັນຫຼາຍຕໍ່ສິດທິສ່ວນຕົວຂອງທ່ານ ສະນັ້ນທຸກໆຂໍ້ມູນຈະຖືກເກັບເປັນຄວາມລັບຢ່າງປອດໄພ.