ການຂໍ ເງິນທົດແທນປະກັນໄພຊີວິດ

ຂັ້ນຕອນ ການຮ້ອງຂໍເງິນທົດແທນປະກັນໄພ

ສອບຖາມກ່ຽວກັບການຂໍເງິນທົດແທນປະກັນໄພຊີວິດ

ຕື່ມແບບຟອມເພື່ອຂໍເງິນທົດແທນປະກັນໄພຊີວິດ

ສົ່ງຂໍເງິນທົດແທນປະກັນໄພຊີວິດ
ຄຳຖາມ ທີ່ຖືກຖາມປະຈຳ
ຂ້າພະເຈົ້າຕ້ອງຕິດຕໍ່ໃຜເພື່ອຂໍເງິນທົດແທນປະກັນໄພຊີວິດ?
ຂັ້ນຕອນມີດັ່ງນີ້:
-
ຕິດຕໍ່ພະນັກງານຂາຍຂອງພວກເຮົາ ທີ່ໂຕະບໍລິການຂອງພວກເຮົາທີ່ໃກ້ບ້ານທ່ານທີ່ສຸດ
-
ຕິດຕໍ່ຫາສູນບໍລິການລູກຄ້າຂອງ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ທີ່ +856 21 211123.
ມີເອກະສານຫຍັງແດ່ເພື່ອການປະກອບຂໍເອົາເງິນທົດແທນປະກັນໄພຊີວິດ?
ເອກະສານມີດັ່ງນີ້:
-
ແບບຟອມຂໍເອົາເງິນທົດແທນປະກັນໄພຊີວິດ
-
ໃບຢັ້ງຢືນການເສຍຊີວິດ (ຕົ້ນສະບັບ/ສຳເນົາການຢັ້ງຢືນ)
-
ໃບຢັ້ງຢືນການປະກັນຊີວິດ (ຕົ້ນສະບັບ)
-
ບົດລາຍງານການແພດ, ຜົນກວດຕ່າງໆ, ໃບສັ່ງຢາ ແລະ ຟີມຮູບຕ່າງໆທີ່ໃຊ້ໃນການບົ່ງມະຕິ (ຕົ້ນສະບັບ)
-
ສຳເນົາບັດປະຈຳໂຕຂອງເຈົ້າຂອງສັນຍາ, ຜູ້ໄດ້ຮັບການປະກັນໄພຊີວິດ, ແລະ ຜູ້ໄດ້ຮັບຜົນປະໂຫຍດ
ເອກະສານອື່ນໆ ທີ່ອາດຈຳເປັນອີງຕາມປະເພດຂອງການຮຽກຮ້ອງຂໍເອົາເງິນທົດແທນປະກັນໄພຊີວິດ
ຂ້າພະເຈົ້າສາມາດສົ່ງຂໍເອົາເງິນທົດແທນປະກັນໄພຊີວິດໄດ້ແນວໃດ?
ທ່ານສາມາດ
-
ສົ່ງແບບຟອມທີ່ທ່ານປະກອບຄົບແລ້ວໃຫ້ພະນັກງານຂາຍຂອງພວກເຮົາທີ່ໂຕະບໍລິການລູກຄ້າຂງພຣູເດັນໂຊລ໌ສາຂາໃກ້ບ້ານທ່ານ
-
ສົ່ງແບບຟອມທີ່ທ່ານປະກອບຄົບແລ້ວທີ່ຫ້ອງການ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ທີ່ ຕຶກວຽງຈັນເຊັນເຕີ້ ຊັ້ນ 5 ບ້ານໜອງຈັນ, ເມືອງສີສັດຈະນາກ,ນະຄອນຫຼວງວຽງຈັນ.
ການຂໍເອົາເງິນປະກັນໄພຊີວິດຈະໃຊ້ເວລາດົນປານໃດ?
ຂະບວນການຂອງການຂໍເອົາເງິນທົດແທນປະກັນໄພຊີວິດແມ່ນອີງຕາມສະຖານະການດັ່ງນີ້:
-
10ວັນ ໃນກໍລະນີທີ່ເອກະສານທີ່ຍຶ່ນຮ້ອງຂໍເອົາເງິນທົດແທນນັ້ນຄົບຖ້ວນ.
-
20ວັນ ໃນກໍລະນີທີ່ມີການຂໍເອກະສານອ້າງອີງ ແລະ ມີການກວດສອບເພີ່ມຕື່ມໃນການຮ້ອງຂໍປະກັນໄພຊີວິດ.
ຂ້າພະເຈົ້າຈະຮັບເອົາເງິນທົດແທນປະກັນໄພຊີວິດໄດ້ແນວໃດ?
ເງິນທົດແທນປະກັນໄພຊີວິດຈະຖືກຈ່າຍໂດຍການໂອນເຂົ້າບັນຊີທະນາຄານຂອງຜູ້ຮຽກຮ້ອງເທົົ່ານັ້ນ.