ແຈ້ງການສໍາຄັນກ່ຽວກັບສັນຍາປະກັນໄພຂອງທ່ານ
ກ່ຽວກັບ ບໍລິສັດ ທຣັສ ປະກັນຊີວິດ ຈໍາກັດ (Trust Life Assurance Co., Ltd)
ບໍລິສັດ ທຣັສ ປະກັນຊີວິດ ຈໍາກັດ ແມ່ນບໍລິສັດປະກັນຊີວິດໃນ ສປປ ລາວ ທີ່ຖືກຈັດຕັ້ງຂຶ້ນພາຍຫຼັງການເຂົ້າຊື້ກິດຈະການຂອງ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ. ບໍລິສັດ ທຣັສ ໄດ້ຖືກສ້າງຕັ້ງຂື້ນໂດຍການຮ່ວມມືກັນ ລະຫວ່າງ PHA Group, ເຊິ່ງເປັນຜູ້ດຳເນີນທຸລະກິດຊ່ຽວຊານດ້ານການປະກັນໄພລະດັບສາກົນ ທີ່ມີການດຳເນີນງານຢູ່ອົດສະຕຣາລີ ແລະ ສິງກະໂປ, ແລະ ບໍລິສັດ ພີທີດີ ເອັນເນີຈີ ໂຊລູຊັນ ຈຳກັດ, ເຊິ່ງເປັນຄູ່ຮ່ວມຍຸດທະສາດໃນລາວຂອງບໍລິສັດ.
FAQs
ສັນຍາປະກັນໄພຂອງຂ້ອຍຈະໄດ້ຮັບຜົນກະທົບບໍ່?
ບໍ່. ສັນຍາປະກັນໄພ, ສິດຜົນປະໂຫຍດ ແລະ ການຄຸ້ມຄອງຂອງເຈົ້າຍັງຄົງບໍ່ປ່ຽນແປງ. ສັນຍາປະກັນໄພທີ່ມີຢູ່ທັງໝົດໃນປັດຈຸບັນ ຈະຍັງມີຜົນບັງຄັບໃຊ້ ແລະ ຈະໄດ້ຮັບການປະຕິບັດຕາມເງື່ອນໄຂ ແລະ ຂໍ້ກໍານົດເດີມທຸກປະການ.
ຂ້ອຍຈໍາເປັນຕ້ອງໄດ້ດໍາເນີນການຫຍັງບໍ່?
ລູກຄ້າບໍ່ຈໍາເປັນຕ້ອງດໍາເນີນການໃດເລີຍໃນເວລານີ້. ສັນຍາປະກັນໄພຂອງເຈົ້າຈະດໍາເນີນຕໍ່ໄປຕາມປົກກະຕິ ໂດຍບໍ່ມີການປ່ຽນແປງຂອບເຂດຄວາມຄຸ້ມຄອງ.
ເບ້ຍປະກັນໄພ (ຄ່າປະກັນໄພ), ຜົນປະໂຫຍດ ຫຼື ເງື່ອນໄຂສັນຍາປະກັນໄພຂອງຂ້ອຍຈະປ່ຽນແປງບໍ່?
ບໍ່. ຈະບໍ່ມີການປ່ຽນແປງໃດໆ ກ່ຽວກັບ:
- ຈໍານວນຄ່າປະກັນໄພ
- ຜົນປະໂຫຍດຂອງສັນຍາປະກັນໄພ
- ຂໍ້ກໍານົດ ແລະ ເງື່ອນໄຂຂອງສັນຍາປະກັນໄພ
ໃຜຈະເປັນຜູ້ບໍລິການສັນຍາປະກັນໄພຂອງຂ້ອຍຕໍ່ໄປ?
ສັນຍາປະກັນໄພຂອງເຈົ້າຈະໄດ້ຮັບການບໍລິການໂດຍ ບໍລິສັດ ທຣັສ ປະກັນໄພຊີວິດ ຈຳກັດ (Trust Life Assurance Co., Ltd). ບໍລິສັດ ທຣັສ ມີຄວາມມຸ່ງໝັ້ນທີ່ຈະຮັກສາຄວາມຕໍ່ເນື່ອງໃນການບໍລິການ ແລະ ຊ່ວຍເຫຼືອລູກຄ້າ ຕະຫຼອດໄລຍະຂອງສັນຍາປະກັນໄພ.
ການບໍລິການລູກຄ້າ ຫຼື ການດໍາເນີນການຮຽກຮ້ອງສິນໄໝທົດແທນຈະມີການປ່ຽນແປງບໍ່?
ຈະບໍ່ມີການລົບກວນ ໃນການບໍລິການລູກຄ້າ ຫຼື ດໍາເນີນການຮຽກຮ້ອງສິນໄໝທົດແທນ. ລູກຄ້າຈະຍັງສາມາດໄດ້ຮັບການບໍລິການໃນລະດັບເດີມ ແລະ ການດຳເນີນການພິຈາລະນາຄຳຮ້ອງຂໍສິນໄໝທົດແທນຢ່າງທັນເວລາ. ຫາກມີການປ່ຽນແປງໃດໆໃນອະນາຄົດ (ຖ້າມີ), ຈະມີການແຈ້ງໃຫ້ຊາບຢ່າງຈະແຈ້ງລ່ວງໜ້າ.
ຂໍ້ມູນສ່ວນຕົວຂອງຂ້ອຍຍັງໄດ້ຮັບການປົກປ້ອງຢູ່ບໍ່?
ແມ່ນ, ຍັງໄດ້ຮັບການປົກປ້ອງ. ຂໍ້ມູນຂອງລູກຄ້າຍັງຄົງໄດ້ຮັບການຄຸ້ມຄອງ ແລະ ຈັດການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ຂ້ອຍຍັງສາມາດຊື້ຜະລິດຕະພັນປະກັນໄພຈາກ ບໍລິສັດ ພຣູເດັນໂຊລ໌ ໃນ ສປປລາວ ໄດ້ຢູ່ບໍ່?
ບໍລິສັດ ພຣູເດັນໂຊລ໌ ຈະບໍ່ສະເໜີຂາຍຜະລິດຕະພັນປະກັນໄພໃນ ສປປ ລາວ ອີກຕໍ່ໄປ ພາຍຫຼັງການສໍາເລັດທຸລະກໍາ. ໃນຕໍ່ໜ້າ, ຜະລິດຕະພັນປະກັນໄພຈະຖືກສະເໜີຂາຍໂດຍ ບໍລິສັດ ທຣັສ ປະກັນໄພຊີວິດ ຈຳກັດ.
ບໍລິສັດ ທຣັສ ປະກັນຊີວິດ ຈຳກັດ ແມ່ນບໍລິສັດປະກັນໄພທີ່ມີຄວາມໜ້າເຊື່ອຖືບໍ່?
ບໍລິສັດ ທຣັສ ປະກັນຊີວິດ ຈຳກັດ ແມ່ນບໍລິສັດປະກັນໄພທີ່ໄດ້ຮັບໃບອະນຸຍາດດຳເນີນທຸລະກິດຢ່າງຖືກຕ້ອງໃນ ສປປ ລາວ. ບໍລິສັດໄດ້ຮັບການສະໜັບສະໜູນຈາກ PHA Group, ຜູ້ຊ່ຽວຊານດ້ານການປະກັນໄພ ແລະ ການບໍລິການການເງິນໃນລະດັບສາກົນ ທີ່ດຳເນີນງານຢູ່ປະເທດອົດສະຕຣາລີ ແລະ ສິງກະໂປ, ຮ່ວມກັບ ບໍລິສັດ ພີທີດີ ເອັນເນີຈີ ໂຊລູຊັນ ຈຳກັດ, ເຊິ່ງເປັນຄູ່ຮ່ວມຍຸດທະສາດໃນລາວຂອງບໍລິສັດ.
ບໍລິສັດ ທຣັສ ນຳເອົາຄວາມຊຳນານ ແລະ ປະສົບການດ້ານການດຳເນີນງານປະກັນໄພ, ການບໍລິການການເງິນ, ການຄຸ້ມຄອງອົງກອນ, ການບໍລິຫານຄວາມສ່ຽງ, ເຕັກໂນໂລຊີ, ການປັບປ່ຽນທຸລະກິດ ແລະ ການພັດທະນາຍຸດທະສາດມາຈາກ PHA Group. ໃນສ່ວນ ບໍລິສັດ ພີທີດີ ເອັນເນີຈີ ໂຊລູຊັນ ຈໍາກັດ ກໍໄດ້ນຳເອົາຄວາມເຂັ້ມແຂງດ້ານຄວາມຮ່ວມມືພາຍໃນປະເທດ, ຄວາມຮູ້ດ້ານຕະຫຼາດ, ເຄືອຂ່າຍຄວາມສຳພັນທາງທຸລະກິດ ແລະ ຄວາມເຂົ້າໃຈສະພາບການດຳເນີນງານໃນ ສປປ ລາວ.
ການຮ່ວມມືຂອງສອງບໍລິສັດນີ້ໄດ້ປະສົມປະສານເອົາການເຮັດວຽກແບບມາດຕະຖານສາກົນເຂົ້າກັບຄວາມເຂົ້າໃຈໃນທ້ອງຖິ່ນ ເພື່ອໃຫ້ບໍລິການລູກຄ້າ ແລະ ຂັບເຄື່ອນການເຕີບໂຕທຸລະກິດຢ່າງຍືນຍົງ.
ການສອບຖາມຈາກສື່ມວນຊົນ
ກະລຸນາຕິດຕໍ່ທີ່: corporatecomms@prudential.la
ຕ້ອງການຄວາມຊ່ວຍເຫຼືອ?
ພຣູເດັນໂຊລ໌ ລາວ (ເປີດໃຫ້ບໍລິການຈົນເຖິງ October 7)
ບໍລິສັດ ທຣັສ ປະກັນຊີວິດ ຈໍາກັດ
ພວກເຮົາ ຂໍສະແດງຄວາມຂອບໃຈຢ່າງທີ່ສຸດຕໍ່ຄວາມໄວ້ວາງໃຈທີ່ທ່ານມີໃຫ້ກັບ ພຣູເດັນໂຊລ໌.
ພວກເຮົາມີຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ການປ່ຽນຜ່ານນີ້ເປັນໄປຢ່າງຮຽບຮ້ອຍ ໂດຍຄໍານຶງເຖິງຜົນປະໂຫຍດຂອງທ່ານວ່າຈະໄດ້ຮັບການປົກປ້ອງຢ່າງເຕັມທີ່ໃນທຸກໆຂັ້ນຕອນ.
